ນາຍົກລັດຖະມົນຕີລາວໂທລະສານເຖິງນາຍົກໄທ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການຄົນຮ້າຍຍິງເດັກນ້ອຍ
ວັນທີ 7 ຕຸລາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ເຫດການຄົນຮ້າຍກໍ່ເຫດຄາດຕະກໍາ ທີ່ ໂຮງຮຽນອະນຸບານຂອງອົງການບໍລິຫານສ່ວນຕໍາບົນ ອຸໄທສະຫວັນ, ອໍາເພີເມືອງ ນາກາງ, ຈັງຫວັດໜອງບົວລໍາພູ.
ເນື້ອໃນໂທລະສານ ລະບຸໄວ້ວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມສະເທືອນໃຈ ແລະ ເສົ້າສະຫລົດໃຈ ຕໍ່ເຫດການຄົນຮ້າຍກໍ່ເຫດຄາດຕະກໍາ ທີ່ ໂຮງຮຽນອະນຸບານຂອງອົງການບໍລິຫານສ່ວນຕໍາບົນ ອຸໄທສະຫວັນ, ອໍາເພີເມືອງ ນາກາງ, ຈັງຫວັດໜອງບົວລໍາພູ, ຣາຊະອານາຈັກໄທ ໃນວັນທີ 6 ຕຸລາ 2022 ອັນໄດ້ເຮັດໃຫ້ເດັກນ້ອຍ ແລະ ປະຊາຊົນ ຜູ້ບໍລິສຸດເສຍຊີວິດ ແລະ ໄດ້ຮັບບາດເຈັບຈໍານວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເຫັນອົກເຫັນໃຈອັນເລິກເຊິ່ງ ມາຍັງ ທ່ານ ແລະ ຜ່ານ ທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະ ຕໍ່ຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ
ຄຈາກເຫດການທີ່ເສົ້າສະຫລົດໃຈໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ກໍຄືລັດຖະບານ, ປະຊາຊົນໄທ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ເຮັດໃຫ້ສະພາບການກັບຄືນສູ່ປົກກະຕິໂດຍໄວ.
Cr ໜັງສືພິມລາວພັດທະນາ