ຖ້າເລືອກໄດ້ຢ່າຄົບຄົນ 4ປະເພດນີ້ຈະດີກັບຕົນເອງຫຼາຍ

ຖ້າເລືອກໄດ້ຢ່າຄົບຄົນ 4ປະເພດນີ້ຈະດີກັບຕົນເອງຫຼາຍ

ການໃຊ້ຊີວິດໃນແຕ່ລະມື້ນັ້ນເຮົາຕ້ອງພົບຄົນອີກຫຼາຍຮູບແບບ ແລະເຮົາເອງກໍ່ມີໂອກາດທີ່ຈະເລືອກຄົນທີ່ເຂົ້າມາໃນຊີວິດ ເພາະດັ່ງນັ້ນນີ້ຄືຄົນ 4ປະເພດຫາກເລືອກໄດ້ ຢ່າຄົບຈະດີກວ່າເພາະຊີວິດຈະມີເລື່ອງຄຽດບໍ່ພົບກັບຄວາມສຸກ


1.ນິໄສບໍ່ດີ, ມັກປົກປິດເລື່ອງທີ່ຕົນເອງເຮັດໄວ້: ເພາະມັນມີຄົນບອກວ່າຄົນທີ່ສະຫຼາດໜ້ອຍສ່ວນຫຼາຍ ເຂົາຈະນິໄສບໍ່ດີຫຼາຍກວ່ານັ້ນຄືເມື່ອຄຸມສະຖານະການບໍ່ຢູ່ແລ້ວ ຫາເລື່ອງແກ້ໂຕບໍ່ໄດ້ ເຮັດເປັນໃຈຮ້າຍກົບເກືອນຫວັງໃຫ້ມິດໄປ


2.ຄົນທີ່ຄິດວ່າຕົນເອງຖືກບໍ່ວ່າຈະເຮັດຫຍັງກໍ່ຕາມ: ຈະຄິດວ່າຕົນເອງເປັນສູນກາງຂອງຈັກກະວານຈະເຮັດຫຍັງກໍ່ຕ້ອງເອົາຕົນເອງເປັນຫຼັກສັງເກດໄດ້ວ່າເວລາມີຂ້ໍຂັດແຍ້ງຈະຢືນກະຕ່າຍຂາດຽວບໍ່ຟັງຄວາມຄິດຄົນອື່ນໃຊ້ແຕ່ເຫດຜົນຕົນເອງ


3.ຄົນທີ່ມັກຢູ່ເໜືອຄົນອື່ນ: ເຂົາເບິ່ງວ່າຕົນເອງດີກວ່າຄົນອື່ນ ສຽດສີຕຳໜິຄົນອື່ນເພື່ອຕົນເອງຈະໄດ້ດູດີ ຕັດສິນໂດຍມີຄວາມລຳອຽງ ເຫັນຄົນອື່ນດີກວ່າເໜືອກວ່າບໍ່ໄດ້ ຈະຢູ່ບໍ່ສຸກທັນທີ
4.ມັກໂຍນຄວາມຜິດ: ຫາກຜິດແລ້ວຂໍໂທດໃຜກໍ່ຍອມຮັບໄດ້ສະເໝີ ໃຫ້ມັນເປັນບົດຮຽນຄັ້ງຕໍ່ໄປ ແຕ່ເມື່ອຜິດແລ້ວໂຍນຄວາມຜິດ ແບບນີ້ຄົບໄປຈະເດືອດຮ້ອນລ້າໆ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page