ແມ່ນແທ້ບໍ່? 8 ຄຳຕົວະນີ້ທີ່ໄດ້ຍິນຕະຫຼອດ ຈົນຫຼາຍຄົນເດົາທາງໄດ້
1.ຂໍຄິດເບິ່ງກ່ອນ ( ຄືບໍ່ເອົາແລ້ວ ບໍ່ຢາກໄປ) ຈົ່ງຮູ້ໄວ້ວ່າໃຈແທ້ບໍ່ໄປແລະບໍ່ມີການເກັບໄປຄິດເບິ່ງກ່ອນຫຍັງເລີຍ
2.ຄຳວ່າບໍ່ໄດ້ເປັນຫຍັງ ( ແຕ່ເປັນແນ່ນອນ ຄຽດໜັກອີກ) ຄືປະໂຫຍດທີ່ປະຊົດແລະເອົາແທ້ືໆຄືໄດ້ຍິນເມື່ອໃດຮີບງໍ້ທັນທີ
3. ບໍ່ບອກໃຜດອກ ( ແຕ່ຢູ່ດີໆເປັນຫຍັງທຸກຄົນຮູ້): ຄືປະໂຫຍກນີ້ຟັງແລ້ວຮູ້ທັນທີເລີຍ ວ່າຖ້າເວົ້າຄຳນີ້ເມື່ອໃດ ຮູ້ກັນທັງໝົດແນ່ນອນ
4.ດຽວກັບມາເບິ່ງອີກເທື່ອ ( ນັ້ນແຫຼະຄືລາກ່ອນ) : ເພາະຖ້າສ່ວນຫຼາຍຈະໃຊ້ສະຖານະການເວລາທີ່ໄປຊື້ເຄື່ອງ ເພື່ອປະຕິເສດຄົນຂາຍແບບອ້ອມໆ
5.ໃກ້ຮອກແລ້ວອີກ 10ນາທີ ( ຄືອາດຈະຫາກໍອາບນ້ຳແລ້ວ): ຄືນັດສວາຍມາແລງ ອ້າງຫັ້ນອ້າງນິ ແຕ່ຄວາມຈິງຍັງບໍ່ອອກຈາກບ້ານເລີຍ ເວົ້າໄປເພື່ອໃຫ້ອີກຝ່າຍທີ່ຖ້າຮູ້ສຶກວ່າຖ້າອີກບໍ່ດົນບໍ່ໃຫ້ອາລົມເສຍ
6.ກໍ່ດີແລ້ວ ( ຄວາມຈິງກະທຳມະດາ): ມັນເປັນປະໂຫຍກທີ່ຮັກສານ້ຳໃຈຄົນຟັງຫຼາຍ ແຕ່ບາງຄັ້ງກໍໃຫ້ຜົນລັບຕ່າງຈາກທີ່ຄິດໄວ້ຫຼາຍເລີຍ
7.ສ່ຳນີ້ບໍ່ຕຸ້ຍດອກ ( ນ້ຳໜັກເພີ່ມມາ 5ໂລ) : ຄືແບບວ່າເປັນປະໂຫຍກຂໍ້ອ້າງໄວ້ຕາມໃຈປາກ ເຫັນເວົ້າປະໂຫຍກນີ້ມາຫຼາຍຮອບແລ້ວຮູ້ໂຕອີກທີກໍ່ຂຶ້ນມາຫຼາຍໂລ
8.ໄປເຮັດຫຍັງມາງາມຂຶ້ນໃດນິ ( ຄວາມຈິງບໍ່ຮູ້ຈະທັກຫຍັງ): ເພາະຄວາມຈິງເຮົາກໍຄືເກົ່າ ແຕ່ຄົນທັກເຂົາບໍ່ຮູ້ວ່າເຮົາຕ້ອງເລີ່ມແນວໃດ ຈະສົນທະນາດ້ວຍປະໂຫຍກໃດກ່ອນດີ.