ປູຕິນສັ່ງຍົກລະດັບຄວາມປອດໄພຂົວໄຄເມຍຫຼັງເຫດລະເບິດ
ປູຕິນສັ່ງຍົກລະດັບຄວາມປອດໄພເພີ່ມຂອງຂົວໃນແຄ້ວນໄຄເມຍ ທີ່ເຊື່ອມຕໍ່້ແຫຼມໄຄເມຍກັບແຜ່ນດິນໃຫຍ່ຣັດເຊຍ ຫຼັງເກີດເຫດລະເບິດຄັ້ງໃຫຍ່ເທິງຂົວລ່າສຸດກັບມາເປີດເສັ້ນທາງໄດ້ແລ້ວບາງສ່ວນ.
ເຫດລະເບິດຮຸນແຮງເທິງຂົວ ສາເຫດມາຈາກລົດບັນທຸກນ້ຳມັນຄັນໜຶ່ງເກີິດລະເບິດຂຶ້ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3ຄົນ ເປັນຜູ້ທີ່ຢູ່ໃນລົດໃຫຍ່ເຊິ່ງແລ່ນຢູ່ໃກ້ກັບລົດບັນທຸກຄັນທີ່ືເກີດລະເບິດ
ແຮງລະເບິດຍັງສົ່ງຜົນໃຫ້ເກີດໄຟໄໝ້ຕູ້ເຊື້ອໄຟ 5ຕູ້ ຈາກທັງໝົດ 59ຕູ້ຂອງລົດໄຟບັນທຸກເຊື້ອໄຟ ທີ່ແລ່ນຢູ່ໃນບໍລິເວນເກີດເຫດພໍດີ ອີກທັງຍັງສົ່ງຜົນໃຫ້ໂຄງສ້າງບາງສ່ວນຂອງຂົວພັງທະລາຍ
ໂຄສົກທຳນຽບປະທານາທິບໍດີຣັດເຊຍ ຢືນຢັນວ່າ ເຈົ້າໜ້າທີ່ສາມາດຄວບຄຸມສະຖານະການແລະເປີດໃຊ້ຂົວຕາມປົກກະຕິຫຼັງປິດໄປດົນກວ່າ 10ຊົ່ວໂມງ ລວມເຖິງໄດ້ສົ່ງນັກປະດານ້ຳສຳຫຼວດຄວາມເສຍຫາຍກ້ອງຂົວແລ້ວ ກຽມສ້ອມແປງໂຄງສ້າງຂົວສ່ວນທີ່ເສຍຫາຍສ່ວນໃດທີ່ສ້ອມແປງບໍ່ໄດ້ກໍ່ຈະທຳລາຍຖິ້ມ.