ແມ່ເຈົ້າສາວໜ້າຈືດ! ຮ່ວມງານແຕ່ງລູກສາວ ເຫັນໜ້າເຈົ້າບ່າວແລ້ວຕົກໃຈແຮງ.

ແມ່ເຈົ້າສາວໜ້າຈືດ! ຮ່ວມງານແຕ່ງລູກສາວ ເຫັນໜ້າເຈົ້າບ່າວແລ້ວຕົກໃຈແຮງ.

ຮຽກໄດ້ວ່າເປັນອີກເລື່ອງໜຶ່ງທີ່ໜ້າຕົກໃຈ ເມື່ອເວັບໄຊ້ຕ່າງປະເທດລາຍງານວ່າ ໂລກອອນໄລຂອງຈີນ ໄດ້ມີການແຊຮູບພາບບັນຍາກາດງານແຕ່ງແຫ່ງໜຶ່ງ ທີ່ຖືກແຊເເລະເວົ້າເຖິງຫຼາຍ ເຜີຍໃຫ້ເຫັນເຈົ້າບ່າວແລະເຈົ້າສາວໃສ່ຊຸດແຕ່ງງານສີແດງຕາມປະເພນີ ພ້ອມຄອບຄົວຂອງທັງສອງຝ່າຍ ກ່ອນຈະເກີດເຫດການບໍ່ຄາດຝັນຂຶ້ນ.


ໂດຍລານງານລະບຸວ່າ ໃນຂະນະທີ່ຄູ່ບ່າວສາວເຂົ້າໄປເຄົາລົບພໍ່ແລະແມ່ຂອງຝ່າຍຍິງ ແລະເຈົ້າບ່າວເງີຍໜ້າຂຶ້ນສົບຕາແມ່ຂອງເຈົ້າສາວ ຈັງຫວະນັ້ນເອງເມື່ອແມ່ເຈົ້າສາວເຫັນໜ້າເຈົ້າບ່າວ ລາວຮີບຍົກຊອງແດງຂຶ້ນມາປິດບັງໃບໜ້າເອົາໄວ້ ທ່າມກາງຄວາມສົງໄສຂອງແຂກໃນງານ ສຸດທ້າຍພິທີແຕ່ງງານຍັງຄົງດຳເນີນຕໍ່ໄປ ແລະສຳເລັດລຸລ່ວງໄປດ້ວຍດີ.


ທັ້ງນີ້ ພາຍຫຼັງຮູ້ວ່າຄວາມສຳພັນລະຫວ່າງແມ່ເຈົ້າສາວແລະເຈົ້າບ່າວຄື ທັງສອງເຄີຍເປັນ “ ອາດີດຄົນຮັກກັນ” ແຕ່ຫຼັງຈາກເລີກລາກັນໄປຕ່າງຄົນກໍຕ່າງມີຮັກໃໝ່ ຝ່າຍຍິງແຕ່ງງານກັບຊາຍອາຍຸຫຼາຍກວ່າ ເຊິ່ງເປັນພໍ່ຂອງເຈົ້າສາວ ເຮັດໃຫ້ລາວກາຍມາເປັນ “ ແມ່ລ້ຽງຂອງເຈົ້າສາວ” ແລະບໍ່ຄາດຝັນວ່າລາວຈະໄດ້ກັບມາພົບກັບອາດີດຄົນຮັກອີກຄັ້ງໃນຖານະຂອງລູກເຂີຍແບບນີ້


ແນວໃດກໍ່ຕາມຫຼັງຈາກເລື່ອງລາວຖືກແຊອອກໄປ ໄດ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນຈຳນວນຫຼາຍ ຫຼາຍຄົນຮູ້ສຶກເຫັນໃຈທັງສອງຝ່າຍແລະບໍ່ຄິດວ່າໂຊກຊະຕາຈະຫຼິ້ນຕະຫຼົກແບບນີ້ ພ້ອມທັງບອກອີກວ່າເປັນເລື່ອງທີ່ດີທີ່ທັງຄູ່ໄດ້ກັບມາພົບກັນ ແຕ່ເປັນເລື່ອງທີ່ບໍ່ດີທີ່ທັງຄູ່ຕ້ອງຕົກຢູ່ໃນສະຖານະແບບນີ້. ( ຂ່າວປະເທດຈີນ)

Leave a Reply

Your email address will not be published. Required fields are marked *

You cannot copy content of this page