7 ແນວຄິດເສດຖີ ເຮັດແບບນີ້ ຊີວິດຈະບໍ່ທຸກຍາກ

7 ແນວຄິດເສດຖີ ໃຜກໍ່ຮຽນຮູ້ໄດ້ ( ໃຫ້ຂໍ້ຄິດໄດ້ດີຫຼາຍ)


1.ພໍມີໂອກາດເຂົ້າມາ ຈົ່ງຢ່າປະຕິເສດ ແມ່ນວ່າຈະລົ້ມເຫຼວແຕ່ມັນຄືປະສົບການຂອງເຮົາ ໂອກາດແຕ່ລະຄັ້ງມັນບໍ່ໄດ້ມີເຂົ້າມາໃຫ້ເລືອກຫຼາຍດອກ.
2.ຫາເວລາຢູ່ວ່າງໆຈັກໜ້ອຍໜຶ່ງ ຢ່າແບກໂລກທັງໝົດໄວ້ຄົນດຽວ ຄວນຫາເວລາໃຫ້ຮ່າງກາຍແລະສະໝອງໄດ້ພັກຜ່ອນ ໄດ້ຜ່ອນຄາຍແບບບໍ່ຕ້ອງຄິດຫຍັງ


3.ເລືອກຄູ່ຊີວິດຄວນຄິດໃຫ້ດີ: ຢ່າເບິ່ງແຕ່ຂໍ້ດີ ຄວນເບິ່ງພ້ອມວ່າເຮົາຮັບຂໍ້ເສຍເຂົາໄດ້ຫຼາຍເທົ່າໃດ ການເບິ່ງແຕ່ຂໍ້ດີມັນເຮັດໃຫ້ເຮົາຍອມຮັບຂໍ້ເສຍເຂົາບໍ່ໄດ້
4.ສຸຂະພາບດີຄືເລື່ອງສຳຄັນ ຢ່າໃຊ້ຊີວິດໃຫ້ໜັກເກີນໄປ ຕາມທີ່ບູຮານກ່າວວ່າ ການບໍ່ມີໂລກຄືລາບອັນປະເສີດ ຢ່າເຮັດວຽກໜັກເພື່ອຫາເງິນມາຮັກສາຕົນເອງ.


5.ຄວາມສຳເລັດມັນຈະຫຼາຍເທົ່າໃດ ກໍ່ບໍ່ສາມາດແທນຄວາມລົ້ມເຫຼວຂອງຄອບຄົວໄດ້: ເຊິ່ງຄອບຄົບເປັນຄືກຳລັງໃຈທີ່ສຳຄັນ ດັ່ງນັ້ນຄວນຮັກສາຄອບຄົວໃຫ້ມີຄວາມສຸກໃຫ້ຫຼາຍທີ່ສຸດ


6.ຢ່າຄິດວ່າເຮັດຫຍັງໄດ້ທຸກຢ່າງຫຼືເຮັດໄດ້ພຽງຢ່າງດຽວ ເພາະຄວາມສາມາດຂອງທຸກຄົນມັນມີຫຼາຍກວ່າ 1ສະເໝີ ເຮົາບໍ່ໄດ້ເກີດມາເພື່ອເຮັດສິ່ງໃດສິ່ງໜຶ່ງເທົ່ານັ້ນ.
7.ເປົ້າໝາຍຊີວິດຫາໃຫ້ພົບເພາະມັນເປັນເຄື່ອງມືນຳທາງຂອງເຮົາໄປຕະຫຼອດຊີວິດ ມັນຄືການເລີ່ມຕົ້ນທາງຂອງຕົນເອງໄດ້ໄວກວ່າຄົນອື່ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page