ຍີ່ປຸ່ນ-ສະຫະລັດ-ເກົາຫຼີໃຕ້ ພ້ອມຮ່ວມກັນປົດອາວຸດນິວເຄຼຍເກົາຫຼີເໜືອ
ເຈົ້າໜ້າທີ່ລະດັບສູງຂອງຍີ່ປຸ່ນ ຫາລືທາງໂທລະສັບກັບເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ແລະເກົາຫຼີໃຕ້ ປະກາດຮ່ວມມືຊຸກຍູ້ການປົດອາວຸດນິວເຄຼຍຂອງເກົາຫຼີເໜືອ
ຟູນາໂຄຊິ ທາເຄຮິໂຣ ຜູ້ອຳນວຍການກອງກິດຈະການອາຊີ ແລະມະຫາສະໝຸດຂອງກະຊວງການຕ່າງປະເທດຂອງຍີ່ປຸ່ນ
ຫາລືທາງໂທລະສັບກັບ ຊອງ ຄິມ ຜູ້ແທນພິເສດດ້ານກິດຈະການເກົາຫຼີເໜືອຂອງສະຫະລັດ ແລະ ຄິມ ກັນ ຜູ້ແທນພິເສດຂອງເກົາຫຼີໃຕ້ວ່າດ້ວຍເລື່ອງສັນຕິພາບແລະຄວາມໝັ້ນຄົງໃນຄາບມະຫາສະໝຸດເກົາຫຼີ ກ່ຽວກັບການຍິງຂີປະນາວຸດຂອງເກົາຫຼີເໜືອ
ໂດຍຕ່າງເຫັນຮ່ວມກັນວ່າການຍິງຂີປະນາວຸດຂອງເກົາຫຼີເໜືອຫຼາຍຄັ້ງຕັ້ງແຕ່ທ້າຍເດືອນທີ່ຜ່ານມາ ລວມທັງການຍິງຂີປະນາວຸດ 2ລູກ ຖືເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະເປັນບັນຫາທ້າທາຍທີ່ສຳຄັນຂອງປະຊາຄົມໂລກ.
ລະຫວ່າງນີ້ເຈົ້າໜ້າທີ່ລະດັບສູງຂອງທັງ 3ປະເທດດັ່ງກ່າວ ຍັງປະກາດຢືນຢັນຈະເຮັດວຽກຮ່ວມືກັນຢ່າງໃກ້ຊິດ ເພື່ອເສີມການປ້ອງກັນໄພຄຸກຄາມໃນພາກພື້ນ ແລະຊຸກຍູ້ຄວາມພະຍາຍາມເພື່ອປົດອາວຸດນິວເຄຼຍຂອງເກົາຫຼີເໜືອໃຫ້ສຳເລັດດ້ວຍ.