ປູຕິນກ່າວຫາຢູເຄຼນບົງການລະເບີດຂົວໄຄຼເມຍຫຼັງພົບຕົ້ນທາງລົດມາຈາກເອີຣົບ
ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍກ່າວຫາຢູເຄຼນບົງການເຫດລະເບິດຮຸນແຮງທີ່ກໍ່ຄວາມເສຍຫາຍແກ່ຂົວຫຼັກທີ່ເຊື່ອມລະຫວ່າງຣັດເຊຍກັບແຫຼມໄຄເມຍ ພ້ອມໃຫ້ຄຳນະຍາມກັບເຫດການທີ່ເກີດຂຶ້ນວ່າເປັນ “ການກໍ່ການຮ້າຍ”
“ບໍ່ຕ້ອງສົງໄສເລີຍນີ້ຄືການກໍ່ການຮ້າຍທີ່ເລັງເປົ້າໝາຍທຳລາຍໂຄງສ້າງພຶ້ນຖານທາງພົນລະເມືອງອັນສຳຄັນຍິ່ງ” ປູຕິນກ່າວ
ຖ້ອຍຖະແຫຼງຂອງເຂົາມີຂຶ້ນຫຼັງຈາກໃນຕອນເຊົ້າຣັດເຊນຍິງຂີປະນາວຸດລູກໜຶ່ງເຂົ້າໃສ່ອາຄານແຫ່ງໜຶ່ງ ແລະອາຄານທີ່ພັກອາໄສອຶ່ນໆ ໃນເມືອງຊາປໍຣິຊເຊຍທາງພາກຕາເວັນອອກສຽງເໜືອຂອງຢູເຄຼນ ສົ່ງຜົນໃຫ້ມີຜູ້ເສຍ ຊີ ວິດ ຢ່າງໜ້ອຍ 13 ຄົນ ແລະ ບາດເຈັບ 89ຄົນ
ປູຕິນ ພົຍປະກັບອາເລັກຊານເດີ ບາທີຄິນ ຫົວໜ້າຄະນະກຳມາທິການສືບສວນຂອງຣັດເຊຍເຊິ່ງນຳສະເໜີຜົນການສຶບສວນໃນສິ່ງທີ່ເຂົາລະບຸວ່າ ເປັນເຫດລະເບິດຂອງຍານພາຫະນະຄັນໜຶ່ງ ຈາກນັ້ນກໍຕາມດ້ວຍໄຟລຸກໄໝ້ຂົວ