ບໍ່ລີລາ! ເກົາຫຼີເໜືອລັ່ນທົດສອບຂີປະນາວຸດຕະຫຼອດເພື່ອຊ້ອມຍິງນິວເຄຼຍຖະລົ່ມເກົາຫຼີໃຕ້

ບໍ່ລີລາ! ເກົາຫຼີເໜືອລັ່ນທົດສອບຂີປະນາວຸດຕະຫຼອດເພື່ອຊ້ອມຍິງນິວເຄຼຍຖະລົ່ມເກົາຫຼີໃຕ້

ເກົາຫຼີເໜືອເຜີຍທົດສອບຂີປະນາວຸດ ເພື່ອຈຳລອງສະຖານະການຍິງຂີປະນາວຸດນິວເຄຼຍທາງຍຸດທະວິທີ ຖະຫຼົ່ມເກົາຫຼີໃຕ້ອີກທັງຍັງເປັນການ “ ເຕືອນ “ ຫຼັງຈາກທີ່ໂຊແລະວໍຊິງຕັນເປີດປະຕິບັດການຊ້ອມຮົບຮ່ວມທາງທະເລຄັ້ງໃຫຍ່


ເຈົ້າໜ້າທີ່ເກົາຫຼີໃຕ້ແລະຍີ່ປຸ່ນຢືນຢັນວ່າເກົາຫຼີເໜືອຍິງຂີປະນາວຸດຖິ້ມຕົວອີກ 2ລູກ ເຊິ່ງຖືເປັນການທົດສອບອາວຸດຮອບທີ 7 ສຳນັກຂ່າວລາຍງານວ່າ ຜູ້ນຳ ຄິມ ຈອງອຶນ ໄດ້ເດີນທາງໄປ ມອບຄຳແນະນຳ ໃນການຝຶກຊ້ອມຂອງໜ່ວຍປະຕິບັດການນິວເຄຼຍທາງຍຸດທະວິທີຕະຫຼອດຊ່ວງ 2ອາທິດທີ່ຜ່ານມາໂດຍມີເຈດຕະນາທີ່ສົ່ງສັນຍານປາບປາມສົງຄາມ


ສື່ປຽງຍາງ ຍັງລະບຸດ້ວຍວ່າ ການຝຶກຊ້ອມເຫຼົ່ານີ້ມີວັດຖຸປະສົງເພື່ອຈຳລອງສະຖານະການ ການຍິງຖະຫຼົ່ມເປົ້າໝາຍຕ່າງໆ ໃນເກົາຫຼີໃຕ້ເຊັ່ນ ສູນບັນຊາການທາງທະຫານ,ທ່າເຮືອສຳຄັນ ແລະ ສະໜາມບິນ.
“ ປະສິດທິພາບແລະສັກກາຍະພາບໃນການຕໍ່ສູ້ຮົບຂອງກອງກຳລັງນິວເຄຼຍຂອງເຮົາໄດ້ຖືກສະແດງໃຫ້ເຫັນຢ່າງແຈ່ມແຈ້ງ ແລະບົ່ງບອກເຖິງຄວາມພ້ອມທີ່ຈະໂຈມຕີແລະທຳລາຍເປົ້າໝາຍໄດ້ທຸກບ່ອນ ທຸກເວລາ” KCNA ລະບຸ

Leave a Reply

Your email address will not be published. Required fields are marked *

You cannot copy content of this page