ຂອງຂັວນໃຫ້ປູຕິນ! ປະຊາຊົນເຊັກລະດົມທືນຊື້ລົດຖັງ T-72 ໃຫ້ຢູເຄຼນໃຊ້ຕໍ່ກອນກັບຣັດເຊຍ

ຂອງຂັວນໃຫ້ປູຕິນ! ປະຊາຊົນເຊັກລະດົມທືນຊື້ລົດຖັງ T-72 ໃຫ້ຢູເຄຼນໃຊ້ຕໍ່ກອນກັບຣັດເຊຍ

ຍັງຄົງເປັນອີກເລື່ອງລາວທີ່ຄົນໝົດໂລກຈັບຕາເບິ່ງຢ່າງໃກ້ຊິດ ສຳລັບສົງຄາມລະຫວ່າງຢູເຄຼນແລະຣັດເຊຍ ເຊິ່ງເລີ່ມມາຕັ້ງແຕ່ເດືອນກຸມພາແລະບັງເປັນສົງຄາມທີ່ຢູເຄຼນໄດ້ຮັບຄວາມຊ່ວຍເຫຼືອຈາກຫຼາຍໆຝ່າຍຢ່າງຕໍ່ເນື່ອງ


ເຊິ່ງລ່າສຸດປະຊາຊົນກວ່າ 11.288ຄົນ ຂອງສາທາລະນະລັດເຊັກ ກາຍເປັນການເວົ້າເຖິງໃນໂລກອອນລາຍໄປແລ້ວ ຫຼັງຈາກທີ່ພວກເຂົາລະດົມທືນກັນ ເພື່ອຊື້ລົດຖັງ T-72 AVENGER ເພື່ອສົ່ງໃຫ້ກອງທັບຢູເຄຼນໃຊ້ງານ


ລະດົມຄັ້ງນີ້ມີຊື່ແບບເຈັບໆວ່າ “Dárek pro Putina” ຫຼື “ ຂອງຂັວນໃຫ້ປູຕິນ” ໂດຍມັນເປັນສ່ວນໜຶ່ງຂອງໂຄງການ “ອາວຸດໃຫ້ຢູເຄຼນ” ເຊິ່ງຈັດໂດຍສະຖານເອກອັກຄະລັດຊະທູດຢູເຄຼນທີ່ກຣຸງປາກອີກເທື່ອ
ເຊິ່ງການລະດົມນີ້ສາມາດຮຽກເງິນໄດ້ແລ້ວເກືອບ 50ລ້ານບາດ ຫຼາຍພໍທີ່ຈະຊື້ລົດຖັງ T-72 ລຸ່ນປັບປຸງລະບົບປ້ອງກັນ ເພີ່ມອຸປະກອນການເບິ່ງເຫັນຕອນກາງຄືນ ແລະການສື່ສານທີ່ທັນສະໄໝ

Leave a Reply

Your email address will not be published. Required fields are marked *

You cannot copy content of this page