ນິໄສ 7ຢ່າງຂອງພໍ່ແມ່ ທີ່ລູກບໍ່ມັກ ( ພໍ່ແມ່ຈົ່ງເຂົ້າໃຈ)

ນິໄສ 7ຢ່າງຂອງພໍ່ແມ່ ທີ່ລູກບໍ່ມັກ ( ພໍ່ແມ່ຈົ່ງເຂົ້າໃຈ)


1.ມັກເວົ້າວ່າຄົນອື່ນດີ ຕໍ່ໜ້າລູກຕົນເອງກັບຄົນອື່ນໆ: ມັນຄືສິ່ງທີ່ອັນຕະລາຍຫຼາຍເລື່ອງການປຽບທຽບ ເພາະເຮົາຕ່າງຖະໜັດບໍ່ຄືກັນ, ເກັ່ງບໍ່ເທົ່າກັນ ແລ້ວທຸກຄົນລ້ວນໄປສູຈຸດໝາຍໄດ້ຄືກັນ


2.ຫຍຸ້ງທຸກເລື່ອງຂອງລູກ: ເປັນພໍ່ແມ່ປະເພດທີ່ວ່າຕ້ອງຮູ້ທຸກເລື່ອງຂອງລູກ ຈົນລູກອຶດອັດ ເພາະບໍ່ວ່າໃຜກໍ່ລ້ວນມີຄວາມມັກ, ມີຄວາມຖະໜັດທີ່ຕ່າງກັນ ລວມໄປເຖິງເລື່ອງສ່ວນຕົວ ເຮົາຄວນໃຫ້ກຽດເຊິ່ງກັນແລະກັນ.
3.ບັງຄັບ, ຈົ່ມ ຈົນເກີນໄປ: ການຕຳໜິ, ຈົ່ມ ບໍ່ໄດ້ເຮັດໃຫ້ເກີດຜົນດີຈັກໜ້ອຍ ແຕ່ຫຼາຍຄົນບອກວ່າ ຕຳໜິເພື່ອເກີດສິ່ງທີ່ດີ ແຕ່ລູກຕ້ອງໃຊ້ຈິດວິທະຍາ ໃຊ້ຄຳເວົ້າດ້ານບວກກັບເຂົາ ບໍ່ແມ່ນເວົ້າບໍ່ດີໃສ່ເຂົາ


4.ມັກໃຊ້ກຳລັງກັບລູກ: ເພາະບໍ່ວ່າໃຜກໍ່ບໍ່ມັກ ໃຫ້ໃຊ້ຄວາມຮຸນແຮງ ເມື່ອລູກຖືກກະທຳພວກເຂົາຈະໄດ້ເກັບຄວາມແຄ້ວນເອົາໄວ້ໄປໃຊ້ກະທຳກັບຄົນອື່ນ ເພາະເຫັນພໍ່ແມ່ເປັນແບບຢ່າງ
5.ບໍ່ເຄີຍຊື່ນຊົມລູກ, ບໍ່ເຄີຍໃຫ້ລາງວັນ: ເພາະຫາກເປັນແບບນີ້ ລູກຈະບໍ່ຮູ້ເລີຍວ່າຕ້ອງເຮັດດີແບບໃດ ເຮັດແນວໃດຫຼືເຮັດໄປກໍ່ບໍ່ມີໂຫຍດ ເພາະພໍ່ແມ່ກໍ່ບໍ່ໄດ້ຊື່ນຊົມຫຍັງ


6.ບໍ່ເຄີຍສະແດງຄວາມຮັກ: ເພາະບາງຄົນບໍ່ກ້າສະແດງຄວາມຮັກກັບລູກຕົນເອງ ດັ່ງນັ້ນຢ່າງລັງເລ ທີ່ຈະສະແດງອອກໄປ ກອດເຂົາ, ບອກຮັກ ມັນສ້າງຄວາມຊົງຈຳທີ່ດີຕໍ່ກັນ
7.ບໍ່ເຄີຍໃຫ້ເວລາລູກເຮັດແຕ່ວຽກ: ເພາະເງິນບໍ່ແມ່ນສິ່ງສຳຄັນທີ່ສຸດສຳລັບຄົນເຮົາ ແຕ່ເວລານັ້ນແລະສຳຄັນຍິ່ງກວ່າສິ່ງອື່ນໃດ ດັ່ງນັນຈົ່ງໃຊ້ເວລາກັບຄົນທີ່ເຮົາຮັກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page