5 ນິໄສດຶງຊີວິດຕົກຕໍ່າເປັນແບບນີ້ຕໍ່ໄປຊີວິດອາດບໍ່ກ້າວໜ້າຈັກເທື່ອ
1.ນິໄສຕາມກະແສ: ເຫັນໝູ່ມີມີສິ່ງໃໝ່ໆບໍ່ໄດ້ ສິ່ງໃດທີ່ນຳກະແສຫຼືອັບເດດໃນຊ່ວງນັ້ນຕ້ອງສັນຫາມາ ຄວນຕະຫຼອດຄິດກ່ອນຊື້ ບໍ່ຕ້ອງຕາມກະແສກໍ່ໄດ້.
2.ນິໄສຟຸ່ມເຟືອຍ, ເກີນຕົວ: ເຫັນຫຍັງງາມໆ ຊື້ໝົດຈ່າຍບໍ່ຄິດ ແບບນີ້ຈະບໍ່ໃຫ້ທຸກລົງໄດ້ແນວໃດ ດັ່ງນັ້ນຄວນຢຸດຟຸ່ມເຟືອຍແລ້ວນຳເງິນໃນສ່ວນທີ່ໃຊ້ຈ່າຍແບບບໍ່ຄິດ ມາເກັບອອມ ບາງທີເງິນທີ່ເຮົາເສຍໄປກັບພວກສິນຄ້າຕາມກະແສນັ້ນອາດນຳໄປຊື້ສິ່ງທີ່ມີປະໂຫຍດກວ່າຫັ້ນ
3.ຢຸດດື່ມເຫຼົ້າເບຍ ສ້າງສັນຕະຫຼອດ: ເຂົ້າໃຈວ່າເມື່ອຍມາໝົດອາທິດກໍຢາກຜ່ອນຄາຍ ແຕ່ກໍ່ຕ້ອງບໍ່ລືມວ່າກິດຈະກຳເກືອບທຸກຢ່າງກໍ່ເປັນເລື່ອງເສຍເງິນເຊັ່ນກັນຖ້າເຮົາບໍ່ຮູ້ຈັກການຄວບຄຸມຕົນເອງກໍ່ອາດເສຍເງິນຫຼາຍໄດ້
4.ນິໄສຢາກລວຍແຕ່ບໍ່ເຮັດຫຍັງເລີຍ: ຝັນໃຫຍ່ໄວ້ວ່າເຮົາຈະເຮັດນັ້ນເຮັດນີ້ ແຕ່ກໍ່ຄືເກົ່າບໍ່ມີຫຍັງປ່ຽນແປງການທີ່ເຮົາຄິດຫຼັງວາງແຜນໃນຮອບຄອບ ກ່ອນລົງມືເຮັດໃນສິ່ງທີ່ດີ ແຕ່ຖ້າວາງແຜນດົນຈົນກາຍເປັນວາງແຜນຢ່າງດຽວບໍ່ເຮັດຫຍັງຕໍ່ ກໍຈະບໍ່ໄດ້ຜົນລັບທີ່ດີຕໍ່ເຮົາ
5.ນິໄສໃຊ້ກ່ອນ ສ່ວນເກັບໄວ້ທີຫຼັງ: ຫາກເຮົາໃຊ້ຈ່າຍຕາມຕ້ອງການແລ້ວເງິນເຫຼືອເທົ່າໃດຄ່ອຍນຳມາເກັບທີຫຼັງ ເຮົາຈະມີເງິນເຫຼືອ ຄົນເຮົາຍິ່ງມີເງິນໃນກະເປົາຫຼາຍກໍຍິ່ງໃຊ້ຫຼາຍເປັນທພມະດາ.