ຜູ້ນຳເກົາຫຼີໃຕ້ເຕືອນ ຄິມ ຄອບຄອງອາວຸດນິວເຄຼຍ ບໍ່ໄດ້ປະໂຫຍດຫຍັງຂຶ້ນມາ
ປະທານາທິບໍດີ ຍຸນ ຊຸກຍໍ ແຫ່ງເກົາຫຼີໃຕ້ ເຕືອນວ່າ ເກົາຫຼີເໜືອ “ ຈະບໍ່ໄດ້ຮັບຜົນປະໂຫຍດຫຍັງເລີຍ” ຈາກການຄອບຄອງອາວຸດນິວເຄຼຍ ຫຼັງຈາກທີ່ປຽງຍາງຂູ່ຍົກລະດັບສັກກາຍະພາບທາງທະຫານເພື່ອກຽມໂຈມຕີເກົາຫຼີໃຕ້
“ ເກົາຫຼີເໜືອຍັງຄົງພັດທະນາແລະອັດເກຣດອາວຸດນິວເຄຼຍຢ່າງຕໍ່ເນື່ອງ ເຊິ່ງບໍ່ພຽງເປັນໄພຄຸກຄາມຕໍ່ສາທາລະນະລັດເກົາຫຼີເທົ່ານັ້ນ ແຕ່ລວມເຖິງທົ່ວໂລກອີກດ້ວຍ” ທ່ານ ຍຸນ ກ່າວ
ສຳນັກຂ່າວຂອງເກົາຫຼີເໜືອລາຍງານວ່າ ຜູ້ນຳ ຄິມ ຈອງອືນ ໄດ້ເດີນທາງໄປ “ ມອບຄຳແນະນຳ”
ຕໍ່ປະຕິບັດການຊ້ອມຍິງຂີປະນາວຸດນິວເຄຼຍທາງຍຸດທະວິທີເພື່ອຈຳລອງສະຖານະການຍິງຖະຫຼົ່ມເປົ້າໝາຍຕ່າງໆ ໃນເກົາຫຼີໃຕ້ຕະຫຼອດໃນຊ່ວງ 2ອາທິດທີ່ຜ່ານມາ ໂດຍເປັນການປະທ້ວງຕອບໂຕ້ທີ່ສະຫະລັດ ແລະເກົາຫຼີໃຕ້ເປີດການຝຶກອົບຮົມທາງທະເລຄັ້ງໃຫຍ່ ເເລະນພເຮືອບັນທຸກເຮືອບິນເຂົ້າມາໃນພາກພື້ນ.