ລູກສາວເສິນຫຼົງ ຊີວິດປ່ຽນແປງກາຍເປັນຄົນໄຮ້ທີ່ຢູ່ອາໄສ

ລູກສາວເສິນຫຼົງ ຊີວິດປ່ຽນແປງກາຍເປັນຄົນໄຮ້ທີ່ຢູ່ອາໄສ

ກັບມາເປັນປະເດັນເວົ້າເຖິງອີກຄັ້ງສຳລັບ ເອັດຕ້າ ອູ໋ ລູກສາວນອກສົມລົດຂອງ ເສິນຫຼົງ ທີ່ເກີດກັບອາດີດນາງງາມ ເອເລນ ອູ໋ ເຊິ່ງຊີວິດປ່ຽນແປງຕ້ອງກາຍເປັນຄົນໄຮ້ບ້ານ ຈົນຕ້ອງອອກມາໂພສຂໍຄວາມຊ່ວຍເຫຼືອຈາກຊາວເນັດ

ແຕ່ກັບຖືກ ເອເລນ ໂຕ້ຕອບຜ່ານສື່ ດ້ວຍການຊີ້ວ່າຖ້າບໍ່ມີເງິນ ກໍ່ຄວນອອກໄປຊອກຫາເຮັດວຽກ ບໍ່ແມ່ນຄິດແຕ່ຈະເພິ່ງພາຊື່ສຽງຂອງໃຜ
ລ່າສຸດເວັບໄຊ້ຍາຮູນິວ ລາຍງານວ່າ ຊື່ຂອງ ເອັດຕ້າ ໄດ້ຖືກຊາວເນັດໃນຈີນເວົ້າເຖິງອີກຄັ້ງ ຫຼັງຈາກທີ່ມີການແຊຕໍ່ຮູບພາບຂອງ ເອັດຕ້າ ໃນອາຍຸ 20ປີ ທີ່ກຳລັງຢືນລໍຖ້າຄິວຮັບອາຫານທີ່ແຈກຟຣີຢູ່ແຄມທາງໃນປະເທດແຄນາດາ ໂດຍໃສ່ເສື້ອຜ້າທີ່ເປື້ອນແລະສີໜ້າທີ່ເມື່ອຍ, ບໍ່ສົດໃສ


ຮູບພາຍທີ່ປາກົດເຮັດໃຫ້ຊາວເນັດອົດບໍ່ໄດ້ທີ່ຈະປຽບທຽບກັບ ເຈຊີ ຊານ ລູກຊາຍຂອງເສິນຫຼົງທີ່ເກີດຈາກພັນລະຍາຢ່າງ ຫຼິນ ຟົ່ງຈຽວ ເຊິ່ງໃນຊ່ວງເວລາໄລ່ເລ່ຍກັນ ທາຍາດາລາອາຍຸ 39ປີ ຫາກໍໂພສຮູບຂະນະທີ່ນັ່ງລົດຫຼູ ຄວາມແຕກຕ່າງໃນສະຖານະການຂອງລູກທັງ 2ຄົນ ທີ່ຢູ່ຄົນລະໂລກ

ເຮັດໃຫ້ປະໂຫຍກ “ ພໍ່ດຽວກັນຊະຕາຕ່າງກັນ” ກາຍເປັນຄຳເວົ້າທີ່ຖືກເວົ້າເຖິງຫຼາຍໃນເວ່ຍປໍ ພ້ອມກັນນັ້ນຍັງມີຄົນອີກຈຳນວນບໍ່ໜ້ອຍທີ່ແຫ່ເຂົ້າໄປສະແດງຄວາມຄິດເຫັນໃນເວ່ຍປໍຂອງ ເສິນຫຼົງ ເພື່ອໄດ້ຕັ້ງຄຳຖາມວ່າເຂົາໄດ້ເຫັນລູກສາວແລ້ວຫຼືບໍ່

Leave a Reply

Your email address will not be published. Required fields are marked *

You cannot copy content of this page