ພົບຮ່າງຜູ້ເສຍຊີວິດຈາກເຫດເຮືອຫຼົ້ມແລ້ວ!!
ຈາກເຫດການເຮືອຊ່ວງສີພາຍເພດຍິງຫຼົ້ມ ຢູ່ນໍ້າຮຸ່ງ ແຂວງ ໄຊຍະບູລີ ມີຜູ້ສູນຫາຍ 1 ຄົນ ແລະ ເຈັບສາຫັດອີກ 2 ຄົນ
ຕາມການລາຍງານຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນຕອນແລງຂອງວັນທີ 10 ຕຸລາ 2022 ນີ້

ເຮືອຂອງ ບ້ານ ລ້ອງປໍ ເມືອງ ໄຊຍະບູລີ ໄດ້ເກີດອຸບັດເຫດຫຼົ້ມລົງນໍ້າຮຸ່ງ ພາຍຫລັງເກີດເຫດສາມາດຊ່ວຍສີພາຍໄດ້ ແຕ່ມີຜູ້ໄດ້ຮັບບາດເຈັບໜັກຈຳນວນໜຶ່ງ ແລະ ສູນຫາຍ 1 ຄົນ.

ຫຼ້າສຸດ ໃນວັນທີ 12/10/2022 ໄດ້ສືບຕໍ່ຊອກຄົ້ນຫາແລະໄດ້ພົບ ສົ ບເປັນທີ່ຮຽບຮ້ອຍແລ້ວ
ຂໍສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວດ້ວຍ
