ເອົາແລ້ວ! ນາໂຕລຸຍແຜນຊ້ອມຮົບນິວເຄຼຍບໍ່ຫວັ່ນທີ່ຈະຕອບໂຕ້ກັບລັດເຊຍ
ນາໂຕປະກາດເດີນໜ້າຊ້ອມຮົບນິວເຄຼຍຕາມທີ່ແຜນວາງໄວ້ແມ່ນວ່າຜູ້ນຳຣັດເຊຍປະກາດຈະໃຊ້ທຸກວິທີເພື່ອປົກປ້ອງດິນແດນຣັດເຊຍ ທ່າມກາງສະຖານະການຄວາມຂັດແຍ້ງຢູເຄຼນ-ຣັດເຊຍທີ່ຕຶງຄຽດຂຶ້ນ
ສຳນັກຂ່າວນາໂຕ ກ່າວວ່າ ນາໂຕຈະເດີນໜ້າຊ້ອມຮົບນິວເຄຼຍໃນອາທິດໜ້າ ຕາມທີ່ໄດ້ວາງແຜນໄວ້ມາດົນແລ້ວ ໂດຍສະໂຕເທນເບິກກ່າວກ່ອນໜ້າການປະຊຸມລັດຖະມົນຕີປ້ອງກັນນາໂຕ ເລີ່ມຂຶ້ນທີ່ກຣຸງບັສເຊວເບວຢຽມ
ດ້ານເຈົ້າໜ້າທີ່ນາໂຕໃຫ້ລາຍລະອຽດເພີ່ມເຕີມວ່າ ການຊ້ອມຮົບນິວເຄຼຍຂອງນາໂຕທີ່ຈະເກີດຂຶ້ນນີ້ມີຊື່ວ່າ ປະຕິບັດການ “Steadfast Noon” ຈັດຂຶ້ນເປັນປະຈຳທຸກປີປົກກະຕິໃຊ້້ເວລາຊ້ອມຮົບເກືອບ 1ອາທິດ ໂດຍຈະມີເຮືອບິນຂັບໄລ່ໄອພົ່ນຕິດຫົວຮົບນິວເຄຼຍຫຼາຍລຳເຂົ້າຮ່ວມ ແຕ່ຈະບໍ່ມີການລະເບີດແທ້ ນອກຈາກນີ້ຈະມີເຮືອບິນໄອພົ່ນຕາມຮູບແບບແລະເຮືອບິນກວດການ ເຮືອບິນເຕີມເຊື້ອໄຟ ເຂົ້າຮ່ວມເປັນປັກກະຕິ
ເຈົ້າໜ້າທີ່ນາໂຕເປີດເຜີຍຕໍ່ໄປວ່າ ຈຸດຊ້ອມຮົບຫຼັກຕັ້ງຢູ່ຫ່າງຈາກຣັດເຊຍຫຼາຍກວ່າ 1.000ກິໂລແມັດ ຈະມີ 14ປະເທດສະມາຊິກນາໂຕ ຈາກທັງໝົດ 30ປະເທດ ເຂົ້າຮ່ວມການຊ້ອມຮົບນິວເຄຼຍໃນຄັ້ງນີ້ ພ້ອມລະບຸວ່າ ການຊ້ອມຮົບນີ້ໄດ້ວາງແຜນມາດົນແລ້ວ ກ່ອນໜ້າທີ່ຣັດເຊຍຈະເປີດປະຕິບັດການໃນຢູເຄຼນ