6 ນິໄສຂອງຜູ້ຍິງ ເປັນແມ່ຂອງລູກໃນອານາຄົດທີ່ດີໄດ້ແນ່ນອນ
1.ສຸຂະພາບອ່ອນນ້ອມ: ກ່ອນອື່ນຜູ້ຍິງຕ້ອງແຍກໃຫ້ອອກລະຫວ່າງເຂັ້ມແຂງກັບແຂງກະດ້າງ ຜູ້ຍິງແບບເຮົາສາມາດເຂັ້ມແຂງໄດ້ພາຍໃຕ້ກິລິຍາທີ່ອ່ອນຫວານ ກໍເປັນສະເໜ່ອີກຢ່າງໜຶ່ງທີ່ຈະພາສາວໆງາມໄດ້ໂດຍທີ່ບໍ່ຕ້ອງໃຊ້ໜ້າຕາ
2.ມະນຸດສຳພັນດີ: ການສ້າງຄວາມສຳພັນນັ້ນເປັນສິ່ງທີ່ເຮົາບໍ່ສາມາດຫຼີກໜີໄດ້ ດັ່ງນັ້ນມັນອາດຈະດີກວ່າຫາກເຮົາຈະເລືອກສ້າງຄວາມສຳພັນທີ່ດີກັບໃຜຈັກຄົນ ເພາະນອກຈາກຈະສ້າງຄວາມສຸກໃຫ້ເຮົາແລ້ວມັນຍັງສ້າງຄວາມສຸກໃຫ້ກັບຄົນຮອບຂ້າງ
3.ມີຄວາມໝັ້ນໃຈເຊື່ອໝັ້ນໃນຕົນເອງໄວ້ສະເໝີ: ຄວາມເຊື່ອໝັ້ນບໍ່ແມ່ນຄວາມງາມ ຄວາມເຊື່ອໝັ້ນໃນຕົນເອງບໍ່ແມ່ນການແຕ່ງໂຕດີໆດ້ວຍເສື້ອຜ້າທີ່ແພງ ແຕ່ມັນຄືຄວາມເຊື່ອໝັ້ນຄວາມເປັນຕົວເອງ ສິ່ງໃດທີ່ເປັນຄວາມດີງາມນັ້ນຄືຄວາມເຊື່ອໝັ້ນສະເໝີ.
4.ເຮັດຊີວິດໃຫ້ມີຄຸນຄ່າແລະມີປະໂຫຍດ: ເຊັ່ນການເຮັດທຸກສິ່ງທຸກຢ່າງໂດຍເຫັນແກ່ປະໂຫຍດສ່ວນລວມ ເພາະເມື່ອໃດທີ່ເຮົາຄຳນຶງເຖິງຄົນອື່ນຫຼາຍ ນຶກເຖິງດ້ວຍໃຈແທ້ສະເໜ່ຂອງເຮົາຈະເປັ່ງປະກາຍຢ່າງເຫັນໄດ້ຊັດ
5.ໃຫ້ຄວາມເຄົາລົບບໍ່ວ່າກັບໃຜ: ການເຄົາລົບຜູ້ອື່ນເປັນການຍອມຮັບຄວາມຕ່າງ ຍອມຮັບວ່າຄົນອື່ນນັ້ນອາດຈະບໍ່ໄດ້ເກັ່ງແບບເຮົາ ແຕ່ບໍ່ໄດ້ໝາຍຄວາມວ່າເຂົາບໍ່ເກັ່ງຫຍັງເຂົາອາດຈະຖະໜັດຄົນລະຢ່າງກັບເຮົາ
6.ຫາຄວາມຮູ້ໃໝ່ໆໃສ່ໂຕ: ບໍ່ວ່າຈະຍຸກໃດຄວາມຮູ້ກໍ່ຍັງເປັນສິ່ງທີ່ຈຳເປັນມັນຈະຊ່ວຍເສີມພາບລັກຜູ້ຍິງເຮົາໃຫ້ດູດີໄດ້ຢ່າງບໍ່ໜ້າເຊື່ອ ເພາະຜູ້ຍິງທີ່ມີຄວາມຮູ້ນອກຈາກຈະສົ່ງເສີມການເຮັດວຽກ ມັນຍັງສາມາດສ້າງປະໂຫຍດໃຫ້ກັບຄົນອື່ນ.