ສົງຄາມລຸກລາມ! ເບລາຣຸດ ສັ່ງທະຫານຮ່ວມຣັດເຊຍໃກ້ຢູເຄຼນ ອ້າງຄຽບ-ຕາເວັນຕົກວາງແຜນໂຈມຕີ
ປະທານາທິບໍດີ ອາເລັກຊານເດີ ລູຄາເຊນໂກ ແຫ່ງເບລາຣຸດ ພັນທະມິດໃກ້ຊິດຂອງປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍ ເຜີຍວ່າໄດ້ສັ່ງການໃຫ້ທະຫານປະຈຳການຮ່ວມກັບກອງກຳລັງຣັດເຊຍໃຫ້ຊາຍແດນຢູເຄຼນໂດຍກ່າວຫາຄຽບແລະບັນດາຜູ້ສະໜັບສະໜູນຕສເວັນຕົກກຳລັງວາງແຜນໂຈມຕີປະເທດຂອງເຂົາ
ຄຳກ່າວຂອງ ລູຄາເຊນໂກ ເຊິ່ງຄອງອຳນາດໃນເບລາຣຸດມາຕັ້ງແຕ່ປີ 1994 ບົ່ງຊີ້ເຖິງໂອກາດທີ່ສົງຄາມໃນຢູເຄຼນຈະລຸກລາມບານປາຍຫຼາຍຍິ່ງຂຶ້ນ ຈາກຄວາມເປັນໄດ້ທີ່ເກີດການຮ່ວມມືກຳລັງກັນຂອງກອງກຳລັງຮ່ວມຣັດເຊຍ-ເບລາຣຸດ ທາງພາກເໜືອຂອງຢູເຄຼນ.
“ ເວລານີ້ການໂຈມຕີດິນແດນຂອງເບລາຣຸດບໍ່ແມ່ນພຽງກຳລັງການສົນທະນາກັນໃນຢູເຄຼນເທົ່ານັ້ນ ແຕ່ກຳລັງມີການວາງແຜນການແລ້ວ” ລູຄາເຊນໂກ ກ່າວໃນການປະຊຸມດ້ານຄວາມໝັ້ນຄົງ ແຕ່ບໍ່ໄດ້ມອບຫຼັກຖານໃດໆ ກ່ຽວກັບຄຳກ່າວອ້າງດັ່ງກ່າວ “ ພວກເຈົ້າຂອງ ຂອງບພວກເຂົາກຳລັງຊຸກຍູ້ໃຫ້ພວກເຂົາເລີ່ມສົງຄາມກັບເບລາຣຸດເພື່ອລາກເຮົາໄປຈຸດນັ້ນ”
ລູຄາເຊນໂກ ເຜີຍວ່າເຂົາເຫັນພ້ອມກັບ ປູຕິນ ໃນການປະຈຳການກອງກຳລັງທະຫານໃນພາກພື້ນ ແລະເລີ່ມການເຮັດວຽກຮ່ວມກັນລະຫວ່າງກອງກຳລັງຂອງທັງສອງ 2ປະເທດ ຄວາມເຄື່ອນໄຫວທີ່ສັນນິຖານວ່າໜ້າຈະເກີດຂຶ້ນຫຼັງຈາກເກີດເຫດໂຈມຕີຂົວຫົນທາງແລະທາງລົດໄຟທີ່ເຊື່ອມລະຫວ່າງຣັດເຊຍ-ໄຄເມຍ.