ເລື່ອງເງິນເຫຼົ່ານີ້ທີ່ຄວນເຂົ້າໃຈ ບໍ່ດັ່ງນັ້ນຈະລຳບາກກວ່າເກົ່າ

ເລື່ອງເງິນເຫຼົ່ານີ້ທີ່ຄວນເຂົ້າໃຈ ບໍ່ດັ່ງນັ້ນຈະລຳບາກກວ່າເກົ່າ

1.ບໍ່ລົງທືນສິ່ງທີ່ເຮັດກຳໄລສູງແບບງ່າຍໆ: ແຕ່ຍັງມີຄວາມຮູ້ບໍ່ຫຼາຍເຊັ່ນ ການຝາກເງິນທີ່ໄດ້ດອກເບ້ຍຫຼາຍກວ່າທະນາຄານ ນອກຈາກຈະມີຄວາມຮູ້ບໍ່ຫຼາຍພໍ ແລະຍັງຂາດວິເຄາະເຫດຜົນດ້ວຍ ນີ້ຈຶ່ງເປັນຄວາມສ່ຽງທີ່ຫຼາຍກວ່າເລື່ອງເງິນຄືເສຍຮູ້ໃນທຳນອງດຽວກັນ ຖ້າເປັນການລົງທືນທີ່ເຊື່ອຖືໄດ້ວິເຄາະແລ້ວວ່າປອດໄພຄວນສຶກສາຢ່າງເຕັມທີ່


2.ບໍ່ນຳເງິນເກັບເງິນສຳຮອງມາໃຊ້: ເພາະສະຖານະການຕອນນີ້ບໍ່ດີ ສໃຜທີ່ເກັບເງິນມາທັງໝົດຊີວິດບໍ່ຄວນເອົາມາໃຊ້ ເກັບໄວ້ກ່ອນຖ້າມີເລື່ອງຈຳເປັນແທ້ ກໍອາດຈະເອົາມາພຽງເລັກໜ້ອຍແລ້ວຄືນໃຫ້ໄດ້ໄວທີ່ສຸດ ເພື່ອຮອດມື້ທີ່ເຮົາຈຳເປັນແທ້ໆ


3.ບໍ່ສ້າງໜີ້ເພີ່ມເພື່ອເປັນພາລະ: ຍິ່ງຊ່ວງໃກ້ສິ້ນປີ ຂອງສິ່ງເລັກໆໜ້ອຍໆກໍ່ຢາກໄດ້ ຍິ່ງຂອງສິ່ງໃຫຍ່ບໍ່ເວົ້າເຖິງ ເຮົາຢາກໃຫ້ທຸກຄົນຕັ້ງສະຕິໜ້ອຍໜຶ່ງ ວິເຄາະສະຖານະການຕອນນີ້ກ່ອນ
4.ບໍ່ຂະຫຍາຍສາຂາທຸລະກິດເພີ່ມ: ສຳລັບຄົນທີ່ເຮັດທຸລະກິດ ບໍ່ວ່າຈະນ້ອຍກາງໃຫຍ່ ເຊື່ອວ່າອາດຮູ້ສະຖານະການນີ້ດີ ບາງຄົນອາດເບົາບາງ, ບາງຄົນກໍກຳລັງໄປໄດ້ດີ ເຈົ້າໃດທີ່ຄິດວ່າຈະຂະຫຍາຍສາຂາເພີ່ມໃນເດືອນນີ້ຫຼືເດືອນໜ້າຄວນເບິ່ງດີໆ ສຶກສາຄວາມສ່ຽງແລະກຽມແຜນສຳຮອງໄວ້


5.ບໍ່ຄ້ຳປະກັນໃຫ້ກັບໃຜ: ເພາະຖ້າຄົນທີ່ຂໍຮ້ອງໃຫ້ຊ່ວຍບໍ່ເຮັດຕາມສັນຍາກໍ່ມີເປີເຊັນທີ່ເຮົາອາດຈະຕ້ອງຊົດໃຊ້ແທນເຂົາ ບໍ່ວ່າຈະຊົດໃຊ້ເຕັມຈຳນວນ ຫຼືບາງສ່ວນທີ່ອ້າງໃນສັນຍາ ທາງທີ່ດີຄວນປະຕິເສດຕັ້ງແຕ່ເລີ່ມຕົ້ນດີກວ່າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page