ເກົາຫຼີເໜືອທົດສອບຂີປະນາວຸດແບບໄລຍະໄກ “ ຕິດຫົວຮົບນິວເຄຼຍ” ຄິມ ຈອງອຶນບັນຊາການເອງ
ເກົາຫຼີເໜືອທົດສອບຂີປະນາວຸດແບບໄລຍະໄກຈຳນວນ 2ລູກ ທີ່ສາມາດຕິດຕັ້ງຫົວຮົບນິວເຄຼຍທາງຍຸດທະວິທີໄດ້ ເປັນຄັ້ງທຳອິດໃນຮອບກວ່າ 1ປີ ຄິມ ຈອງອຶນ ບັນຊາການດ້ວຍຕົນເອງ ເພື່ອເຕືອນເຫຼົ່າສັດຕູລະບຸ ເກົາຫຼີເໜືອຈະຂະຫຍາຍຂອບເຂດປະຕິບັດການຂອງກຳລັງນິວເຄຼຍທາງຍຸທະສາດຕໍ່ໄປອີກ.
ສຳນັກຂ່າວກາງເກົາຫຼີເໜືອຫຼື KCNA ເປີດຮູບພາບຍິງທົດສອບຂີປະນາວຸດຄັ້ງລ່າສຸດ ເປັນຮູບພາບນິ່ງຫຼາຍພາບທີ່ອ້າງວ່າ ເປັນການຍິງທົດສອບຂີປະນາວຸດ 2ລູກ ພ້ອມກັບພາບຂອງ ຄິມ ຈອງອຶນ ກຳລັງບັນຊາການ ການຍິງທົດສອບຂີປະນາວຸດດັ່ງກ່າວ ແວດລ້ອມດ້ວຍເຫຼົ່າທະຫາລະດັບສູງຂອງກອງທັບເກົາຫຼີເໜືອ
ຈາກການລາຍງານຂອງ ເກົາຫຼີເໜືອວ່າ ໄດ້ຍິງທົດສອບຂີປະນາວຸດເຊິງຍຸດທະສາດພິໄສການຍິງໄລຍະໄກ 2ລູກ ໂດຍຍັງ 2ລູກຢູ່ໃນອາກາດດົນ 10.234ວິນາທີ ແລະຍິງຖືກເປົ້າໝາຍທີ່ຢູ່ໄກ 2.000ກິໂລແມັດໄດ້ຢ່າງແນ່ນອນ ເຊິ່ງມີການເຜີຍຕໍ່ວ່າ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອ ບັນຊາການ ການຍິງທົດສອບຂີປະນາວຸດຄັ້ງລ່າສຸດນີ້ດ້ວຍຕົນເອງ ແລະ ຄິມ ໄດ້ກ່າວຢ້ຳວ່າ ການຍິງທົດສອບຄັ້ງນີ້ເປັນການເຕືອນຢ່າງຊັດເຈນໄປເຖິງ “ ເຫຼົ່າສັດຕູ”