ບໍ່ມີໃຜຢ້ານໃຜ! ເຊື່ອນາໂຕຕອບໂຕ້ແທ້ ຫາກລັດເຊຍເປີດສາກໃຊ້ນິວເຄຼຍ

ບໍ່ມີໃຜຢ້ານໃຜ! ເຊື່ອນາໂຕຕອບໂຕ້ແທ້ ຫາກລັດເຊຍເປີດສາກໃຊ້ນິວເຄຼຍ

ການໂຈມຕີທາງນິວເຄຼຍຂອງຣັດເຊຍຈະປ່ຽນແປງວິຖີຂອງຄວາມຂັດແຍ້ງ ແລະເກືອບແນ່ນອນວ່າມັນຈະກະຕຸ້ນ “ ການຕອບໂຕ້ຢ່າງເປັນຮູບປະທຳ” ຈາກບັນດາພັນທະມິດຂອງຢູເຄຼນ ແລະເປັນໄປໄດ້ວ່າຈະມາຈາກອົງການົສນທິສັນຍາແອດແລນຕິກເໜືອ( ນາໂຕ)ດ້ວຍ

ຈາກການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງທ່ານໜຶ່ງຂອງນາໂຕ້ ກ່າວ ເຈົ້າໜ້າທີ່ທ່ານໜຶ່ງເຊິ່ງບໍ່ປະສົງອອກນາມ ກ່າວກ່ອນມີຄິວເຂົ້າຮ່ວມປະຊຸມລັບຂອງກຸ່ມວາງແຜນນິວເຄຼຍຂອງນາໂຕ້ວ່າ ການໃຊ້ອາວຸດນິວເຄຼຍໃດໆໂດຍຣັດເຊຍ ຈະກໍ່ຜົນລັບຢ່າງທີ່ບໍ່ເຄີຍມີມາກ່ອນກັບຣັດເຊຍ ແລະການໂຈມຕີທາງນິວເຄຼຍຂອງຣັດເຊຍ

ເກືອບແນ່ນອນວ່າມັນຈະຮຽກການຕອບໂຕ້ຢ່າງເປັນຮູບປະທຳຈາກພັນທະມິດທັງຫຼາຍ ແລະມີຄວາມເປັນໄປໄດ້ວ່າຈະມາຈາກຕົວຂອງນາໂຕ້ເອງ
ດັ່ງນັ້ນເຈົ້າໜ້າທີ່ທ່ານນີ້ເຊື່ອວ່າຣັດເຊຍເບິ່ງຄືຈະໃຊ້ການຂົ່ມຂູ່ທາງນິວເຄຼຍປາບປາມນາໂຕ້ແລະປະເທດອື່ນໆ ຈາກການເຂົ້າຮ່ວມໂດຍກົງໃນເສິກສົງຄາມລະຫວ່າງຣັດເຊຍກັບຢູເຄຼນຫຼາຍກວ່າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page