ແຍກທາງກັນມາ10ປີ ບໍ່ເຄີຍລົມກັນ ແຕ່ມາພົບກັນທີ່ງານແຕ່ງລູກສາວ
ກາຍເປັນອີກໜຶ່ງເລື່ອງທີ່ຊາວເນັດເວົ້າເຖິງກ່ຽວກັບເຫດການຂອງຜູ້ໃຊ້ tiktok ບັນຊີ @numcha ຫຼັງລາວໄດ້ໂພສຄິບພໍ່ແມ່ຂອງຕົນເອງ ທີ່ແຍກທາງກັນໄປແລ້ວບໍ່ໄດ້ລົມກັນມາເປັນສິບໆປີ ແຕ່ຕ້ອງມາພົບກັນໃນການແຕ່ງງານຂອງລູກສາວ

ແຕ່ງານນີ້ຊາວເນັດກັບເບິ່ງຜິດຈຸດເພາະແມ່ງາມຫຼາຍ ແຖມຍັງໄດ້ເລົ່າເພີ່ມເຕີມວ່າ ພໍ່ຕັ້ງແຕ່ແຍກທາງກັບແມ່ໄປຍັງບໍ່ມີຄອບຄົວໃໝ່ ແຕ່ແມ່ມີໃໝ່ແລ້ວ

ໂດຍໄດ້ໂພສຂໍ້ຄວາມລະບຸວ່າ ພໍ່ກັບແມ່ແຍກທາງກັນໄປ 10ປີ ບໍ່ເຄີຍລົມກັນເລີຍ ແລະບໍ່ເຄີຍພົບໜ້າກັນ ແຕ່ຕ້ອງມາຮ່ວມງານແຕ່ງງານຂອງເອື້ອຍ( ລູກສາວກົກ).
