ຍັງຈື່ໄດ້ບໍ ຈຳປາ-ອ້າຍພິນ ເປີດຮູບພາບປະຈຸບັນຂອງສາວ ອາເລັກຊັນດ້າ

ຍັງຈື່ໄດ້ບໍ ຈຳປາ-ອ້າຍພິນ ເປີດຮູບພາບປະຈຸບັນຂອງສາວ ອາເລັກຊັນດ້າ

ເຊື່ອວ່າຫຼາຍຄົນຄົງຈື່ກັນໄດ້ດີ ສຳລັບນາງເອກສາວງາມ ອາເລັກຊານດ້າ ທິດາວັນ ບຸນຊ່ວຍ ທີ່ຮັບບົດເປັນນາງເອກ ໃນລະຄອນຊື່ດັງ ເພງຮັກລິມຝັ່ງໂຂງ ຊ່ອງ 7 ຮັບບົດບາດ ຈຳປາ ຄູ່ກັບ ສຸກົນລະວັດ ທີ່ອອກອາກາດປີ 2550

ຈາກນັ້ນກໍ່ບໍ່ໄດ້ເຫັນໜ້າ ອາເລັກຊານດ້າ ຫຼືມີຜົນງານອີກເລີຍ ແລະ ເມື່ອປີ 2560 ສາວອາເລັກຊານດ້າ ໄດ້ປາກົດຕົວເຊີໄຟ້ແຟນຄັບອີກເທື່ອ ໃນໜ້າກາກຊາກຸຣະ ຮ່ວມແຂ່ງຂັນໃນຮອບສຸດທ້າຍ ຂອງລາຍການໜ້າກາກນັກຮ້ອງ ຈົນເຖິງປີ 2561 ກໍມີກະແສຂ່າວຂອງ ອາເລັກຊານດ້າ

ເກີດຂຶ້ນອີກເທື່ອວ່າ ລາວໄດ້ເປັນໂຕແທນຂອງ ສປປ ລາວ ເຂົ້າຮ່ວມຊິງມົງກຸດນາງງາມຈັກກະວານ 2018 ທີ່ປະເທດຈີນ ແລ້ວຊື່ລາວກໍມິດຫາຍໄປອີກຄັ້ງ ແຕ່ສາວ ອາເລັກຊານດ້າ ຍັງອັບເດດເລື່ອງຊີວິດຜ່ານອິນຕາແກຣມສ່ວນຕົວຢູ່ເປັນປະຈຳ ລາວໄດ້ກາຍເປັນເອກອັກຄະລາດຊະທູດແລະຍັງຄົງໃຊ້ຊີວິດຢູ່ ສປປ ລາວ


ເຊິ່ງຕ້ອງຍອມຮັບວ່າໃນຕອນນັ້ນສາວອາເລັກຊານດ້າ ຈັດວ່າໂດ່ງດັງມີຊື່ສຽງຂອງແຟນລະຄອນບໍ່ໜ້ອຍ ກ່ອນຈະຫາຍໜ້າໄປຈາກວົງການບັນເທິງໄທ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page