ຮຽບຮ້ອຍແລ້ວ! ຈຳປາສັກມອບອຸທິຍານຄອນພະເພັງໃຫ້ວິສາຫະກິດສຳປະທານ

ພິທີມອບ-ຮັບແຫຼ່ງທ່ອງທ່ຽວອຸທິຍານນ້ຳຕົກຕາດຄອນພະເພັງ ແລະອຸທິຍານນ້ຳຕົກຕາດສົມພະມິດໃຫ້ບໍລິສັດຮ່ວມພັດທະນາສີທັນດອນຈຳກັດສຳປະທານ ໄດ້ຈັດຂື້ນໃນວັນທີ11ຕຸລາ2022ນີ້.



ຄາດຄະເນຈະນໍາໃຊ້ທຶນເຂົ້າໃສ່ພັດທະນາລວມ 5 ແສນໂດລາ, ສາມາດຮັບນັກທ່ອງທ່ຽວໄດ້ 5.000 ຄົນຕໍ່ມື້; ໄດ້ສຳເລັດການບຸກເບີກເນື້ອທີ່ 125 ເຮັກຕາ ເພື່ອສ້າງເປັນສວນສະໜຸກ, ຫໍພິພິທະພັນ, ຫໍວິທະຍາສາດ, ເຮືອນພັກຕາກອາກາດ ຊຶ່ງໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນຫານັກລົງທຶນ.



ຂ່າວ-ພາບ: ສະຖານີວິທະຍຸ-ໂທລະພາບເມືອງໂຂງ

Leave a Reply

Your email address will not be published. Required fields are marked *

You cannot copy content of this page