ຄວາມດຸໝັ່ນທີ່ບໍ່ມີປະໂຫຍດ ເພາະດຸໝັ່ນໃຫ້ກັບຄວາມຝັນຄົນອື່ນ

ຄວາມດຸໝັ່ນທີ່ບໍ່ມີປະໂຫຍດ ເພາະດຸໝັ່ນໃຫ້ກັບຄວາມຝັນຄົນອື່ນ

1.ດຸໝັ່ນໃນສິ່ງທີ່ຕົນເອງບໍ່ມັກເລີຍ: ການທີ່ເຮັດວຽກທີ່ເຮົາບໍ່ໄດ້ມັກຈະເຮັດໃຫ້ເຮົາເປັນທຸກ ຫຼາຍຄົນກົ້ມໜ້າເຮັດວຽກທີ່ພວກເຂົາບໍ່ໄດ້ມັກແລ້ວຄິດເບິ່ງວ່າເຮັດໃນສິ່ງທີ່ຮັກກັບເຮັດໃນສິ່ງທີ່ບໍ່ໄດ້ມັກເຮັດອັນໃດຜົນງານຈະອອກມາດີກວ່າ


2.ດຸໝັ່ນເພື່ອຄວາມຝັນຄົນອື່ນ: ຄົນທີ່ປະສົບຄວາມສຳເລັດ ພວກເຂົາຈະມີຝັນ ຄົນທີ່ປະສົບຄວາມສຳເລັດ ທຸກຄົນຈະມີເປົ້າໝາຍ ແລະຄວາມດຸໝັ່ນນີ້ແລະ ເປັນເລື່ອງທີ່ດີ ແຕ່ການມີວຄາມດຸໝັ່ນອີກແບບທີ່ຄືຈະດີ ແຕ່ກັບເປັນສິ່ງທີ່ຄອຍຂວາງບໍ່ໃຫ້ລວຍຄືການສ້າງຝັນໃຫ້ຄົນອື່ນ.


3.ດຸໝັ່ນຂາຍເວລາແລກເງິນ: ຫຼາຍຄົນຄົງຍັງບໍ່ຮູ້ວ່າເວລາເປັນສິ່ງທີ່ມີຢູ່ຢ່າງຈຳກັດ ຖ້າເຮົາດຸໝັ່ນເຮັດວຽກເພື່ອຂາຍເວລາແລກເງິນ ເຮົາຈະບໍ່ມີມື້ລວຍ ຖ້າເລືອກດຸໝັ່ນເພື່ອຂາຍເວລາແປດຊົ່ວໂມງຕໍ່ມື້ໃຫ້ນາຍຈ້າງລາຍໄດຈຶ່ງຈຳກັດຢູ່ພຽງເທົ່ານັ້ນ
4.ດຸໝັ່ນແບບບໍ່ສົນຫຍັງ: ບໍ່ວ່າເຮົາຈະມີຄວາມດຸໝັ້ນທີ່ເຕັມໄປດ້ວຍຄວາມຮັກ ຄວາມຝັນແຕ່ຖ້າເຮົາຍັງດຸໝັ້ນແບບຜິດໆຢູ່ນັ້ນ ຄືການທີ່ບໍ່ມີຄວາມຄິດສ້າງສັນຫຼືປັບປຸງຫຍັງເລີຍ ລອງທົບທວນໃນສິ່ງທີ່ເຮັດຜ່ານມາວ່າເກີດຜົນດີຫຼືບໍ່


5. ດຸໝັ່ນແບບເນັ້ນປະລິມານ: ຄືວ່າດຸໝັ່ນເຮັດໃຫ້ໄດ້ຫຼາຍທີ່ສຸດ ບໍ່ສົນໃຈວ່າວຽກທີ່ອອກມາມີຄຸນນະພາບບໍ່ ເຊິ່ງເສດຖີຈະໃຊ້ເວລາເຮັດວຽກຫຼາຍເທົ່າທີ່ຄວນນັ້ນຄືວຽກໃດສຳຄັນ ງານໃດໃຫຍ່ ເຂົາຈະໃຊ້ເວລາຢ່າງເຕັມທີ່ຫຼາຍຂຶ້ນເພື່ອຜົນລັບທີ່ດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page