7 ຂໍ້ຂອງຄົນເກັ່ງ ທີ່ຜ່ານຫຍັງມາຫຼາຍແລະເກັ່ງກວ່າທີ່ຄິດ

7 ຂໍ້ຂອງຄົນເກັ່ງ ທີ່ຜ່ານຫຍັງມາຫຼາຍແລະເກັ່ງກວ່າທີ່ຄິດ

1.ຈະເບິ່ງທຸກວິນາທີມີຄ່າ: ການບໍລິຫານເວລາທີ່ດີ ຄືບໍລິຫານວຽກແບບວິນາທີ ບໍ່ແມ່ນຊົ່ວໂມງ ຜູ້ຍິງທີ່ເກັ່ງຈະໃຊ້ເວລາຢ່າງຄຸ້ມຄ່າ ການຈັດການວາງແຜນການເຮັດວຽກລ່ວງໜ້າຢ່າງໜ້ອຍໜຶ່ງມື້ສະເໝີ ແລະມີເປົ້າໝາຍໄລຍະຍາວ


2.ພັດທະນາຄວາມສາມາດຕົນເອງສະເໝີ: ຜູ້ຍິງທີ່ເກັ່ງຈະມີຄວາມສາມາດສູງ ເຮັດໃຫ້ຜູ້ຊາຍຕ້ອງອາຍ ແຕ່ຄວາມສາມາດທີ່ຈະໄດ້ມາຕ້ອງຜ່ານການຝຶກຝົນທັກສະແລະກຽມຄວາມພ້ອມສະເໝີບໍ່ແມ່ນຢູ່ດີໆຈະເກັ່ງເລີຍ
3.ໝັ່ນໃຈສູງ: ຜູ້ຍິງສະໄໝໃໝ່ ມີວຄາມສາມາດຫຼາກຫຼາຍ ແລະປະສົບຄວາມສຳເລັດລ້ວນມີສິ່ງໜຶ່ງຄືກັນ ຄືຄວາມໝັ່ນໃຈ ທຸກສິ່ງທີ່ລົງມືເຮັດ ຈະມາພ້ອມກັບຄວາມໝັ່ນໃຈ


4.ບໍ່ຍອມໃຫ້ໃຜເບິ່ງວ່າອອ່ນແອງ່າຍໆ: ຄົນທີ່ເກັ່ງເຂັ້ມແຂງ ຈະບໍ່ຍອມໃຊ້ຄວາມເປັນຜູ້ຍິງ ສ້າງຂໍ້ໄດ້ປຽບ ເພາະຈະພະຍາຍາມເຮັດທຸກຢ່າງໃຫ້ເທົ່າກັນກັບຄົນອື່ນ ຜູ້ຊາຍເຮັດແບບໃດຜູ້ຍິງກໍເຮັດແບບນັ້ນ
5.ເຮັດວຽກໜັກ: ການເຮັດວຽກໜັກເຮັດໃຫ້ພັດທະນາຄວາມສາມາດສະເພາະດ້ານຂອງຕົນເອງໄດ້ ທັ້ງຍັງເພີ່ມໂອກາດທີ່ບັນລຸເປົ້າໝາຍໄປໃນໂຕ


6.ຫາເງິນເກັ່ງ, ບໍລິຫານເງິນເປັນ: ຄົງບໍ່ມີໃຜຢາກເປັນຜູ້ຍິງເກັ່ງແຕ່ໄສ້ແຫ້ງ ຜູ້ຍິງທີ່ເກັ່ງຈະໂຟກັສກັບລາຍໄດ້ ຫຼຸດລາຍຈ່າຍທີ່ບໍ່ຈຳເປັນອອກໄປທັ້ງນີ້ນຳເງິນໄປລົງທືນເພື່ອໃຫ້ງອກເງີຍ
7.ບໍ່ເສຍເວລາເບິ່ງຫາຄວາມຮັກຫຼາຍ: ຜູ້ຍິງທີ່ເປັນທີ່ຕ້ອງການຂອງຜູ້ຊາຍ ບໍ່ຈຳເປັນຈະຕ້ອງງາມເລີດທຸກຢ່າງ ພຽງແຕ່ເປັນຄົນທີ່ມີສະເໜ່ມີບຸກຄະລິກທີ່ດີ ຜູ້ຍິງເກັ່ງພວກເຂົາຈະເຂົ້າໃຈຈຸດນັ້ນດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page