ເຖິງສິມີຍົດຕຳແໜ່ງແຕ່ກໍ່ບໍ່ເຄີຍລືມຕົວ ເປີດເຮືອນ ສົມຈິດ ຈົງຈໍຫໍ

ເຖິງສິມີຍົດຕຳແໜ່ງແຕ່ກໍ່ບໍ່ເຄີຍລືມຕົວ ເປີດເຮືອນ ສົມຈິດ ຈົງຈໍຫໍ


ສົມຈິດ ຈົງຈໍຫໍ ອາດີດກຳປັ້ນຫຼຽນທອງໂອລິມປິກ ໄດ້ຮັບການເລື່ອນຍົດຕຳແໜ່ງເປັນ ພັນຕຣີ ຢ່າງເປັນທາງການ ອາດີດນັກຊົກຫຼຍນທອງໂອລິມປິກ ອາຍຸ 46ປີ ໄດ້ຮັບການເລື່ອນຍົດຕຳແໜ່ງຈາກ “ ຮ້ອຍເອກ” ສູ່ ຍົດ “ ພັນຕີ” ຢ່າງເປັນທາງການ


ເຊິ່ງຈາກຮູ້ຂ່າວດັ່ງກ່າວມີຍາດພີ່ນ້ອງ, ໝູ່ເພື່ອນໃນວົງການມວຍ ຕ່າງຮ່ວມສະແດງຄວາມຍິນດີກັບ ສົມຈິດ ຈົງຈໍຫໍ ຜ່ານຊ່ອງທາງເຟສບຸກເປັນຈຳນວນຫຼາຍ ເພາະເຂົາເປັນໜຶ່ງໃນບຸກຄົນທີ່ມີນ້ຳໃຈງາມ ມັກຈະມີຂ່າວຂອງເຂົາທີ່ອອກມາຊ່ວຍເຫຼືອຄົນຢູ່ຕະຫຼອດໆ


ສຳລັບ ສົມຈິດ ຈົງຈໍຫໍ ປະສົບຄວາມສຳເລັດຢ່າງສູງສຸດ ດ້ວຍການຄ້ວາຫຼຽນທອງໂອລິມປິກ 2008 ທີ່ກຣຸງປັກກິ່ງ ປະເທດສາທາລະນະລັດປະຊາຊົນຈີນ


ເຖິງຈະມີຊື່ສຽງແຕ່ເຮືອນຂອງລາວກໍ່ຍັງຢູ່ຫຼັງເກົ່າ ບໍ່ໄດ້ໃຊ້ເງິນຟຸມເຟືອຍໄປກັບການຊື້ເຮືອນຫຼັ້ງໃຫຍ່ໆຫຼືຫຼູຫຼາ ລາວຢູ່ກັບຄອບຄົວແບບທຳມະດາ ໃຊ້ຊີວິດແບບມີຄວາມສຸກ ບໍ່ຍຶດຕິດແສງສີໃນເມືອງກຣຸງ ດັ່ງຄົນອື່ນຫຼາຍໆຄົນຮຽກໄດ້ວ່າເປັນບຸກຄົນຕົວຢ່າງທີ໋ຍົກຍ້ອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page