ເມື່ອສາມີນອກໃຈ ລັກໄປມີຄົນອື່ນ ເຮົາຈະເຮັດແນວໃດດີ?

ເມື່ອສາມີນອກໃຈ ລັກໄປມີຄົນອື່ນ ເຮົາຈະເຮັດແນວໃດດີ?


1.ອອກໄປຜ່ອນຄານ, ພັກຜ່ອນອາລົມ: ຫາກໃຈເປັນທຸກກໍໃຫ້ອອກໄປຜ່ອນຄາຍ ຢ່າຢູ່ບ້ານຫຼືສະຖານທີ່ ທີ່ມີແຕ່ຄວາມຊົງຈຳລະຫວ່າງເຈົ້າກັບສາມີ ລອງອອກໄປຫຼິ້ນເບິ່ງ, ອອກໄປຍ່າງຫຼິ້ນຫາອາຫານແຊບໆຮັບປະທານ, ເຂົ້າວັດເຮັດບຸນ ທີ່ມັນຈະເຮັດໃຫ້ເຮົາຮູ້ສຶກສົດໃສຜ່ອນຄານຈົນລືມເລື່ອງທີ່ຄິດຫຼາຍຢູ່


2.ກັບມາດູແລຕົນເອງ: ຕະຫຼອດໄລຍະທີ່ຜ່ານມາເຮົາທຸ່ມເທໃຈ ໃຫ້ເຂົາໝົດທຸກຢ່າງແລ້ວ ເທື່ອນີ້ກໍເຖິງເວລາທີ່ເຮົາຈະຕ້ອງຫັນມາໃສ່ໃຈດູແລຕົນເອງໄດ້ແລ້ວ ທັ້ງການອອກກຳລັງກາຍ , ປ່ຽນຊົງຜົມ ປ່ຽນຕົນເອງເຂົ້າສະປາອົບຜິວ ໃຫ້ຕົນເອງງາມຂຶ້ນ


3.ການລະບາຍເລື່ອງລາວຕ່າງໆ: ສຶກທີ່ຈະເຮັດໃຫ້ເຮົາສູ້ສຶກໂລ່ງໃຈ, ຮູ້ສຶກສະບາຍໃຈຂຶ້ນ ຄືການໄດ້ລະບາຍກັບໃຜຈັກຄົນ ເພື່ອຈະເຮັດໃຫ້ເຮົາ ໄດ້ເວົ້າໃນສິ່ງທີ່ເຮົາເຈັບປວດນັ້ນໆ ການເລົ່າໃຫ້ໃຜຟັງຈັກຄົນມັນຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນ ຄືມີຄົນຮັບຟັງ


4.ຈົ່ງຍອມຮັບຄວາມຈິງ: ເມື່ອຫຼັກຖານທຸກຢ່າງມັນຊັດເຈນແລ້ວວ່າເຂົາປັນໃຈໃຫ້ຄົນອື່ນ ສິ່ງທຳອິດທີ່ເຮົາຄວນເຮັດຄືການຍອມຮັບວ່າເຂົາມີຄົນອື່ນທຳລາຍຈິດໃຈເຮົາ ພາມືທີສາມເຂົ້າມາໃນຊີວິດ ດັ່ງນັ້ນແລ້ວຈົ່ງເຮັດໃຈຍອມຮັບສິ່ງທີ່ເກີດຂຶ້ນໃຫ້ໄດ້ ບໍ່ຕ້ອງໄປຫາເຫດຜົນມາເຮັດໃຫ້ຕົນເອງສະບາຍໃຈຂຶ້ນ.


5.ຈົ່ງປ່ອຍວາງໃຫ້ໄດ້: ພໍເຮົາຍອມຮັບຄວາມຈິງແລ້ວມາດູແລຕົນເອງ ອອກໄປຜ່ອນຄາຍ ໄດ້ເວົ້າໄດ້ລະບາຍກັບໃຜຈັກຄົນ ແລະ ປ່ອຍວາງເລື່ອງລາວທັງໝົດ ຈົ່ງບອກກັບຕົນເອງໄວ້ວ່າເຮົາມີຄ່າຫຼາຍທີ່ຜ່ານໆມາເຮົາກໍເຮັດເຕັມທີ່ແລ້ວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page