ສະຖານະການຕຶງຄຽດ! ເກົາຫຼີເໜືອຍິງຂີປະນາວຸດເພີ່ມເປັນການຕອບໂຕ້ເກົາຫຼີໃຕ້
ເກົາຫຼີເໜືອຍິງຂີປະນາວຸດໄລຍະສັ້ນຕົກໃນທະເລອີກລູກໜຶ່ງ ອ້າງເປັນການຕອບໂຕ້ການຊ້ອມຍິງປືນໃຫຍ່ຂອງເກົາຫຼີໃຕ້ ຂະນະດຽວກັນເກົາຫຼີໃຕ້ກໍ່ສົ່ງເຮືອບິນຮົບບິນຂຶ້ນສະກັດເຮືອບິນຂອງເກົາຫຼີເໜືອນັບ 10ລຳທີ່ບິນເຂົ້າໃກ້ຊາຍແດນສອງປະເທດ
ກອງທັບເກົາຫຼີໃຕ້ຖະແຫຼງວ່າ ເກົາຫຼີເໜືອຍິງຂີປະນາວຸດໄລຍະສັ້ນລູກໜຶ່ງຕົກໃນທະເລນອກຊາຍຝັ່ງດ້ານຕາເວັນອອກ ເຊິ່ງເປັນການທົດລອງຂີີປະນາວຸດລ່າສຸດຂອງເກົາຫຼີເໜືອ ເຊິ່ງທາງສຳນັກຂ່າວຂອງເກົາຫຼີເໜືອ ລາຍງານອ້າງຖະແຫຼງການຂອງກອງທັບເກົາຫຼີເໜືອລະບຸວ່າ ເປັນການຕອບໂຕ້ທາງການທະຫານທີ່ແຂງແຮງ ຫຼັງຈາກເກົາຫຼີໃຕ້ຊ້ອມຍິງປືນໃຫຍ່
ສຳນັກງານເສນາທິການຮ່ວມກອງທັບເກົາຫຼີໃຕ້ ຖະແຫຼງວ່າ ຂີປະນາວຸດຍິງຈາກເຂດຊູນັນ ໃກ້ກຣຸງປຽງຍາງ ເມືອງຫຼວງຂອງປະເທດ ນັບເປັນການຍິງຂີປະນາວຸດລູກທີ 41ແລ້ວໃນປີນີ້
ສ່ວນກ່ອນໜ້ານີ້ກອງທັບເກົາຫຼີໃຕ້ລະບຸວ່າ ໄດ້ສົ່ງເຮືອບິນຮົບຂຶ້ນສະກັດເມື່ອມີເຮືອບິນເກົາຫຼີເໜືອປະມານ 10ລຳ ບິນເຂົ້າໃກ້ຊາຍແດນແບ່ງສອງປະເທດ ທ່າມກາງຄວາມຕຶງຄຽດທີ່ພຸ່ງສູງຂຶ້ນ.