6 ຂໍ້ສັງເກດທີ່ເຮັດໃຫ້ຜູ້ຍິງສ່ວນຫຼາຍຄິດຈະເລີກກັບແຟນ
1.ຍິ່ງຄົບຍິ່ງເມື່ອຍ, ບໍ່ມີກຳລັງໃຈ: ບາງທີຄົນໜຶ່ງໄປທາງຊາຍ ຄົນໜຶ່ງໄປທາງຂວາ ທັ້ງນີ້ຄືການປັບເຂົ້າຫາກັນມັນບໍ່ໄດ້ຊ່ວຍຫຍັງ ສຸດທ້າຍຕ່າງຄົນກໍຕ່າງໄປເປັນໂຕຂອງໂຕເອງ
2.ການມີທັດສະນະຄະຕິທີ່ບໍ່ຄືກັນ: ນີ້ກໍ່ເປັນອີກຂໍ້ທີ່ສຳຄັນ ເພາະຫຼາຍໆຄົນອາດຈະຖຽງວ່າ ຮູ້ບໍ່ຕົງກັນແລ້ວຄົບກັນມາດົນໄດ້ແນວໃດ ແຕ່ຜົນກໍຄົງບໍ່ພົ້ນຄວາມຮັກນັ້ນແລະ ພໍຮັກໃຜຄົນເຮົາມັກເລືອກທີ່ຈະຫຼັບຫູຫຼັບຕາເບິ່ງຂ້າມໄປ
3.ຄວາມຮັກໝົດໄປແລ້ວ: ສ່ວນຫຼາຍນັ້ນຄູ່ຮັກທີ່ຄົບມາດົນ ມັນກໍ່ບໍ່ໄດ້ມີພຽງຄວາມຮັກຢ່າງດຽວເທົ່ານັ້ນ ແຕ່ວ່າມັນຍັງມີຄວາມຜູກພັນມີຄວາມຊົງຈຳດີໆດ້ວຍກັນຢູ່ ແມ່ນວ່າຄວາມຮັກບາງຄັ້ງມັນໝົດໄປ
4.ມີຄົນໃໝ່: ເມື່ອຄວາມຮັກທີ່ມີມັນບໍ່ຄືເກົ່າແລ້ວພໍມີຄົນອື່ນເຂົ້າມາ ແລະມາເຕີມເຕັມໄດ້ຫຼາຍກວ່າ ກໍ່ຕ້ອງເລືອກຄົນທີ່ມາໃໝ່ ເຊິ່ງເປັນບັນຫາທີ່ສືບເນື່ອງຈາກການໝົດຮັກຄົນປະຈຸບັນ
5.ຍິ່ງຄົບ ກໍ່ຍິ່ງເບິ່ງບໍ່ເຫັນອານາຄົດຂອງທັງສອງເຮົາ: ຄືຄວາມສຳພັນທີ່ເປັນຢູ່ໃນຕອນນີ້ ມັນຄືການຄົບເພື່ອຜ່ານໄປແຕ່ລະມື້ເທົ່ານັ້ນ ມັນເບິ່ງບໍ່ເຫັນອານາຄົດຮ່ວມກັນ ເບິ່ງຮູບພາບບໍ່ອອກວ່າແຕ່ງງານໄປຈະເປັນແນວໃດຕໍ່
6.ມີແຟນຫຼືບໍ່ມີກໍ່ຄືເກົ່າ: ເພາະຜູ້ຍິງເຮົາພໍມີແຟນກໍ່ຢາກໄດ້ຮັບການດູແລເອົາໃຈໃສ່ ແລະຍິ່ງຕ້ອງປະເຊີນເລື່ອງຮ້າຍໆ ພຽງລຳພັງຈະຫັນໜ້າໄປປຶກສາໃຜກໍໄດ້ ຕ້ອງດູແລຕົນເອງຄືຕອນຢູ່ຄົນດຽວ.