ແຈ້ງຂ່າວ! ການນຳເອົາທະນະບັດຮູບແບບປັບປຸງໃໝ່ອອກສູ່ສັງຄົມ
ໃນວັນທີ 14 ຕຸລາ 2022, ທີ່ທະນາຄານແຫ່ງ ສປປລາວ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວ ກ່ຽວກັບການນຳເອົາທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້

ໃນເດືອນຕຸລາ 2022 ເຊິ່ງມີລາຍລະອຽດດັ່ງນີ້: ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ເຊຶ່ງເປັນ ໂຄງປະກອບປະເພດໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ, ມາຮອດປະຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ,
ປະກອບກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກນິກ ໂລຊີໃນໄລຍະໃໝ່, ບັນດາປະເທດໃນພາກພື້ນ ແລະ ສາກົນ ກໍ່ໄດ້ມີການພັດທະນາປັບປຸງທະນະບັດຂອງ ຕົນເອງ ໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ; ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020.
ທັງນີ້ກໍ່ເພື່ອຍົກສູງ ຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ.
ໂອກາດນີ້, ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາໃຫ້ມີສະຖຽນລະພາບ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງ ເຜີຍແຜ່ໃຫ້ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະຕຳຫຼວດໃນ ຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນ ຕໍ່ກັບການນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່)
ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນຳ ໃຊ້ໃນຄັ້ງນີ້ ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ ຫວັງດີ, ຈົ່ງຊ່ວຍກັນເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນຳໃຊ້ເງີນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນຳໃຊ້ເງີນກີບ, ເສີມສ້າງຄຸນຄ່າຂອງເງີນກີບ ແລະ ຮັກສາສະຖຽນລະພາບເງີນຕາແຫ່ງຊາດ ໃຫ້ໝັ້ນຄົງ.
ທີ່ມາ: ໂທລະພາບນະຄອນຫຼວງວຽງຈັນ
ຂ່າວໂດຍ: ທິບພະຈັນ ວົງຕາ