5 ນິໄສ “ເຫັນແກ່ເງິນ” ເຈົ້າເອງມີນິໄສແບບນີ້ບໍ່?

5 ນິໄສ “ເຫັນແກ່ເງິນ” ເຈົ້າເອງມີນິໄສແບບນີ້ບໍ່?


1.ມີເງິນຫຼາຍກໍ່ຄືມີຄວາມສຸກຫຼາຍນັ້ນແລະ: ແມ່ນເລີຍກັບຍຸກນີ້ ທີ່ເຫັນລາຍຄົນໃນສັງຄົມມີເງິນຫຼາຍ ການສຶກສາຫຼາຍນຳ ທີ່ສຳຄັນໜ້າຕາດີ ທຸກສິ່ງທຸກຢ່າງໃຊ້ເງິນເປັນຕົວຊ່ວຍທັ້ງນັ້ນ ຢາກງາມຢາກດັງ ຢາກມີຄວາມສຸກກໍ່ຕ້ອງໃຊ້ເງິນທັງໝົດ.


2.ໃຊ້ເງິນກຳນົດຄ່າຂອງຄົນ: ວັດຖານະຂອງຄົນພຽງສຳຜັດທັງ 5ນັ້ນຄື: ດັງ, ລິ້ນ, ຕາ, ຫູ, ກາຍ, ໃຈ ວັດຄວາມເປັນຄົນກັນ ທີ່ຊັບສິນແລະນີ້ແຫຼະການເບິ່ງ ຂອງຄົນມີເງິນຄິດວ່າມີແນ່ນອນໃນໃຈ ແຕ່ຈະຫຼາຍຫຼືໜ້ອຍກໍ່ເທົ່າກັບການຮັບຮູ້ຂອງແຕ່ລະບຸກຄົນ


3.ເງິນຊື້ໄດ້ທຸກຢ່າງ ແມ່ນແຕ່ຄວາມສຸກ,ທຸກ: ເມື່ອກ່ອນອາດຈະຄິດວ່າບໍ່ແມ່ນ ແຕ່ດຽວນີກໍ່ຮຄົງຖືກ ເພາະສະໄໝນີ້ບໍ່ມີເງິນຈະທຸກ ແລ້ວຄົນມີເງິນຄິດແນວໃດ ຄຽດກໍກິນທ່ຽວ ຈະເຮັດຫຍັງກໍ່ໄດ້ ບໍ່ມີໃຜວ່າອາດຈະເປັນຄວາມສຸກຊົ່ວຄາວເທົ່ານັ້ນ ແຕ່ຫຼາຍຄົນຍອມທີ່ຈະເຮັດຫຍັງຂັດໃຈຕົນເອງ


4.ເງິນຄືທຸກຢ່າງໃນຊີວິດ: ປະໂຫຍກນີ້ອາດໄດ້ຍິນກັນຕະຫຼອດ ແຕ່ລະດັບການຍອມຮັບໄດ້ອາດຈະບໍ່ເທົ່າກັນ ເມື່ອໃດທີ່ເຮົາມີເງິນຫຼາຍເຮົາຈະຮູ້ສຶກເໜືອກວ່າຄົນອື່ນ, ຮູ້ສຶດວາດສະໜາດີ ເມື່ອໃດທີ່ເຮົາຮູ້ສຶກເໜືອຄົນອື່ນເຮົາຈະຕັດສິນຄົນໄດ້ໄວນັ້ນໝາຍເຖິງເຮົາຈະໃຊ້ເງິນຟາດຫົວໃຜກໍໄດ້
5.ເຫັນເງິນສຳຄັນຫຼາຍກວ່າຮັກທີ່ມີໃຫ້ກັນ: ຫາກບໍ່ມີເງິນກໍ່ບໍ່ສາມາດດູແລຄວາມຮັກໃຫ້ດີ ແຕ່ຫາກເຮົາບໍ່ມີເງິນເມື່ອໃດເຮົາຢູ່ດ້ວຍກັນບໍ່ໄດ້ກໍ່ຕ້ອງເລືອກຄວາມຢູ່ລອດເພາພບໍ່ຍອມລຳບາກເພື່ອແລກກັບຄວາມຮັກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page