ຊີວິດ ໂຕໂນ ພາຄິນ ຄຳວິໄລສັກ ຜ່ານເລື່ອງລາວມາຫຼາກຫຼາຍເປັນເສົາຫຼັກໃຫ້ຄອບຄົວ
ເປັນໜີ້ເກືອບ 20ລ້ານບາດ ຕ້ອງຂັດຫ້ອງນ້ຳແລກເງິນ
ເປັນອີກໜຶ່ງພະເອກ-ນັກຮ້ອງ ທີ່ກ່ອນຈະມີມື້ນີໄດ້ບໍ່ແມ່ນເລື່ອງງ່າຍ ສຳລັບ ໂຕໂນ່-ພາຄິນ ຄຳວິໄລສັກ ໜຸ່ມຂອນແກ່ນຜູ້ຕາມລ່າຫາຄວາມຝັນສູ້ຊີວິດເພື່ອຄອບຄົວ

ເຂົ້າວົງການບັນເທິງຈາກການແຂ່ງຂັນຮ້ອງເພງ ຈົນໄດ້ກາຍເປັນນັກຮ້ອງ, ນັກສະແດງ ແລະໄດ້ສານຝັນຕົນເອງເປັນນັກເຕະບານໃນປະຈຸບັນ ເຂົາຜ່ານເລື່ອງລາວຫຼາກຫຼາຍຕ້ອງດູແລ, ເຮັດວຽກລວມເຖິງເປັນເສົາຫຼັກໃຫ້ກັບຄອບຄົວ

ໂຕໂນ່ບອກວ່າພາບຈື່ຈຳຕອນຍັງນ້ອຍຄືພໍ່ແລະແມ່ ເຮັດວຽກໜັກເຮັດໃຫ້ຄອບຄົວມີຖານະຢູ່ ແຕ່ພໍມາມື້ໜຶ່ງພໍ່ເສຍຊີວິດ ຂະນະນັ້ນພໍ່ອາຍຸພຽງ 36ປີເທົ່ານັ້ນ ກໍເລີຍເປັນຈຸດປ່ຽນໂດຍທັນທີ ແລະກໍ່ມາຮູ້ພາຍຫຼັງວ່າຄອບຄົວເປັນໜີ້ເກືອບ 20ລ້ານບາດ ເງິນຈຳນວນນັ້ນມາຈາກຫຼາຍຢ່າງ ຄິດວ່າພໍ່ອາດຈະແບກຮັບເອົາໄວ້ແລ້ວບໍ່ບອກ ຢາກໃຫ້ຄອບຄົວສະບາຍ.

ຕອນນັ້ນໂຕໂນ່ບໍ່ຢາກຂໍເງິນແມ່ເລີຍ ເພາະຮູ້ວ່າແມ່ຄຽດຫຼາຍບໍ່ຢາກເຂົ້າເຮືອນເພາະເຫດວ່າມັນຫົດຫູ່ ໂຕໂນ່ພະຍາຍາມຈະຂໍເງິນແມ່ໃຫ້ໜ້ອຍທີ່ສຸດ ເລີ່ມຈາກການເອົາຂອງຫຼິ້ນເກົ່າໆໄປນັ່ງຂາຍໃນລາຄາຖືກແຕ່ວ່າພໍຂອງຫຼິ້ນໝົດກໍ່ຫາແນວອື່ນເຮັດ ເຊິ່ງພໍຈົບຊ່ວງມັກທະຍົມ ກໍເຂົ້າມະຫາໄລແລ້ວກໍ່ລົງຊຳເມີ່ທຸກໂຕ

ເພື່ອທີ່ຈະໄດ້ອອກມາຫາເງິນໄວໆແລ້ວກໍບິນໄປເຢຍລະມັນ ໄປເຮັດວຽກຮ້ານເອື້ອຍທີ່ຮູ້ຈັກເປັນຄົນລ້າງຈານ ແລະໃນຊ່ວງນັ້ນກໍ່ໄດ້ວຽກເພີ່ມເປັນຄົນລ້າງຫ້ອງນ້ຳ ເນື່ອງຈາກບໍ່ມີຄົນເຮັດຍ້ອນວ່າມັນສົກກະປົກກໍ່ໄດ້ເງິນເພີ່ມ ແລະໄດ້ເປີດເຜີຍຄວາມຮູ້ສຶກຕອນນັ້ນວ່ານ້ຳຕາຊືມແຕ່ກໍ່ຢູ່ໄດ້.