ອອກໝາຍເຊີນ ທຣ້ຳ ຫຼັງພົບມີສ່ວນກ່ຽວຂ້ອງການປຸກລະດົມປຸ້ນຈີ້

ອອກໝາຍເຊີນ ທຣ້ຳ ຫຼັງພົບມີສ່ວນກ່ຽວຂ້ອງການປຸກລະດົມປຸ້ນຈີ້

ຄນະກຳມາທິການລັດຖະສະພາສະຫະລັດ ທີ່ຕັ້ງຂຶ້ນເພື່ອສອບສວນເຫດຈະລາຈົນອາຄານລັດຖະສະພາໃນຕົ້ນປີ 2021 ມະຕິເປັນເອກະພາບ 9 ຕໍ່ 0 ສຽງ ໃຫ້ອອກໝາຍຮຽກອາດີດປະທານາທິບໍດີໂດນັນ ທຣ້ຳ ເຂົ້າໃຫ້ປາກຄຳ ຫຼັງພົບວ່າມີສ່ວນກ່ຽວຂ້ອງກັບການປຸກລະດົມໃຫ້ເກີດເຫດຈະລາຈົນດັ່ງກ່າວ ທີ່ເຮັດໃຫ້ມີຜູ້ເສ ຍ ຊີ ວິດລວມເກືອບ 10ຄົນ


ສ.ສ ລິ ເຊນີ ໜອ່ງໃນຄະນະກຳມາທິການສອບສວນເຫດຈະລາຈົນຈາກພັກຄີພັບລິກັນ ກ່າວຫຼັງຄະນະກຳມາທິການລັດຖະສະພາ ມະຕິເປັນເອກະພາບ 9 ຕໍ່ 0 ສຽງ ລະຫວ່າງການພິຈາລະນາຄະດີຄັ້ງທີ 9 ຂອງຄະນະກຳມາທິການວ່າ “ ເຮົາຈະຕ້ອງສະແຫວງຫາຄຳຕອບໂດຍກົງ ຈາກຜູ້ຊາຍທີ່ຈັດໃຫ້ມີເຫດການດັ່ງກ່າວເກີດຂຶ້ນ ແລະຊາວອາເມລິກາທຸກຄົນມີສິດທີ່ຈະໄດ້ຮັບຄຳຕອບເຫຼົ່ານັ້ນ”


ດ້ານເບີນີ ທອມສັນ ສ.ສ ຈາກພັກເດໂມແຄຣກ່າວວ່າ ເຂົາຮູ້ດີວ່າການອອກໝາຍຮຽກອາດີດປະທານາທິບໍດີນັ້ນເປັນເລື່ອງໃຫຍ່ຫຼາຍ ແຕ່ກໍເປັນການເດີມພັນທີ່ສູງຫຼາຍສຳລັບອານາຄົດຂອງປະຊາທິປະໄຕຂອງສະຫະລັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page