ໂຊກດີແບບງົງໆ! ນັ່ງດື່ມໂອອິຊິຕັນຢູ່ຂ້າງທາງ ບັງເອີນເຈົ້າຂອງແບຼນຍ່າງຜ່ານແຈກເງິນໃຫ້ຟຣີໆເລີຍ

ໂຊກດີແບບງົງໆ! ນັ່ງດື່ມໂອອິຊິຕັນຢູ່ຂ້າງທາງ ບັງເອີນເຈົ້າຂອງແບຼນຍ່າງຜ່ານແຈກເງິນໃຫ້ຟຣີໆເລີຍ


ເພື່ອນບ້ານໂພສ ເລື່ອງສຸດງົງເມື່ອລາວແລະລຸ່ນເອື້ອຍນັ່ງດື່ມໂອອິຊິຕັນຢູ່ຂ້າງທາງ ບໍລິເວນສະໜາມບິນສຸວັນນະພູມ( ປະເທດໄທ) ແລ້ວຢູ່ດີທກໍ່ບັງເອີນໄດພົບກັບ ທ່ານ ຕັນ ພາສະກອນທີ ຜູ້ກໍ່ຕັ້ງບໍລິສັດອິຊິຕັນ ທີ່ຫາກໍ່ກັບຈາກຕ່າງປະເທດ

ແລ້ວເດີນທາງຜ່ານບ່ອນທີ່ລາວນັ່ງພໍດີ ເມື່ອ ທ່ານ ຕັນ ເຫັນພວກລາວກຳລັງດື່ມອິຊິຕັນ ຈອ່ງແຈກເງິນໃຫ້ຄົນລະ 1.000ບາດ ລວມເປັນເງິນທັງໝົດ 2.000ບາດ ເຊິ່ງຖືເປັນເລື່ອງໂຊດີແບບບໍ່ທັນຕັ້ງໂຕ ຮຽກວ່າການແຈກໂຊກຂອງ ທ່ານ ຕັນ ເຮັດໃຫ້ໄດ້ຮັບຄວາມສົນໃຈຈາກຊາວເນັດເປັນຈຳນວນຫຼາຍ

ເຊິ່ງມີຄົນເຂົ້າມາສະແດງຄວາມຄິດເຫັນຫຼາກຫຼາຍ ບາງຄົນກ່າວຕິດຕະຫຼົກວ່າ “ ຂ້ອຍຈະຊືອິຊິຕັນ 5ລັງໄປນັ່ງກິນລໍຖ້າ ທ່ານ ຕັນ ໜ້າສະໜາມບິນ ໂປດມາເຫັນຂ້ອຍທີ” ຫຼາຍຄົນກ່າວເປັນສຽງດຽວກັນວ່າ ປົກກະຕິກໍກິນອິຊິຕັນທຸກມື້ ເປັນຫຍັງບໍ່ບັງເອີນພົບທ່ານ ຕັນ ແດ່.

Leave a Reply

Your email address will not be published. Required fields are marked *

You cannot copy content of this page