ຍ້ອນວິລະກຳ ແອ໊ດ ຄາຣາບາວ ເຄີຍໂດດເຕະຜູ້ຊົມ ເຫດເປັນຄົນໃຈຮ້ອນ

ຍ້ອນວິລະກຳ ແອ໊ດ ຄາຣາບາວ ເຄີຍໂດດເຕະຜູ້ຊົມ ເຫດເປັນຄົນໃຈຮ້ອນ

ເກີດເປັນກະແສໃນໂລກອອນລາຍເມື່ອທາງ “ ແອ໊ດ ຄາຣາບາວ” ເດືອດກາງເວທີຄອນເສີດແຫ່ງໜຶ່ງໃນ ( ປະເທດໄທ) ຫຼັງຈາກຖືກຫ້າມສະແດງຄອນເສີດ ພ້ອມກັນນີ້ ແອ໊ດ ໄດ້ຮ້ອງໃສ່ຜູ້ວ່າລາດຊະການແຂວງ ຂຶ້ນມາເຄຍເທິງເວທີດ້ວຍອາລົມບໍ່ດີ ເຮັດໃຫ້ເກີດຂໍ້ສົງໄສວ່າ ເພາະຫຍັງເຖິງເຮັດໃຫ້ ແອ໊ດ ຄາຣາບາວ ໃຈຮ້າຍເດືອດກາງເວທີຄອນເສີດໄດ້ແບບນີ້ ມີປະເດັນຫຍັງຫຼືບໍ່?


ເຊິ່ງກ່ອນໜ້ານີ້ ແອ໊ດ ຄາຣາບາວເຄີຍໃຫ້ສຳພາດເລື່ອງລາວຕະຫຼອດ 68ປີ ທັງໃນເລື່ອງ ວົງການບັນເທິງ, ຊີວິດສ່ວນຕົວ ຈົນເລື່ອງຂອງທຳມະ ແລະຂໍ້ສົງໄສຂອງຫຼາຍຄົນ ໃນມື້ທີ່ເຂົາຕິດອັນດັບມະຫາເສດຖີວ່າ ອຸດົມການຄວາມປ່ຽນໄປຈາກເກົ່າທີ່ເປັນນັກດົນຕີເພື່ອຊີວິດເພື່ອປະຊາຊົນ ແລະທີ່ສຳຄັນ ໄດ້ເລົ່າຍ້ອນກັບໄປ ສະໄໝຫຼິ້ນດົນຕີເມື່ອ 40-50ປີທີ່ແລ້ວ ເຊິ່ງພິທີກອນໄດ້ຖາມວ່າ ເຄີຍລົງໄປຕີກັບທ່ານຜູ້ຊົມບໍ່?

ແອ໊ດ ຄາຣາບາວ ໄດ້ເລົ່າວ່າ ເຄີຍ 2-3ຄັ້ງ ທີ່ໂດດລົງໄປເຕະ ແລະບອກວ່າ ສະໄໝກ່ອນເປັນຄົນໃຈຮ້ອນ ດຽວນີ້ເລີຍຕ້ອງທຳມະຊ່ວຍ ຖ້າບໍ່ມີທຳມະ ບໍ່ມີທາງອອກມັນຕັນຄືຊີວິດຄົນເຮົາມາຮອດຈຸດໜຶ່ງເຖິງແມ່ນເຮົາຈະລວຍລົ້ນຟ້າລົ້ນແຜ່ນດິນ ເຮົາຈະເກັ່ງສາມາດທຳມາຫາກິນ

ເເຕ່ຖ້າເຮົາຂາດທຳມະ ເວລາຊີວິດເຮົາມີອຸປະສັກ ເຮົາຈະໄປບໍ່ເປັນ ແລ້ວເຮົາຈະເຂົ້າຫາຢາເ ສ ບ ຕິດ ເພື່ອໃຫ້ມັນລືມໄປ ເຊິ່ງບໍ່ແມ່ນການແກ້ບັນຫາ ແຕ່ເປັນຫານຖົມບັນຫາເຂົ້າມາອີກ ແຕ່ທຳມະຖ້າເຮົາເຂົ້າໃຈມັນແທ້ວ່າຄືຫຍັງ ແລ້ວເຂົ້າໄປສຶກສາໃຊ້ເວລາກັບຈັກໜ້ອຍ ຮັບຮອງວ່າເຮົາຈະມີຊີວິດທີ່ຕາມພະທຳ

Leave a Reply

Your email address will not be published. Required fields are marked *

You cannot copy content of this page