ຝຶກທຸກເຊົ້າ 7 ຂໍ້ນີ້ແລ້ວຈະເຂົ້າໃຈຊີວິດ
1.ຝຶກເຂົ້າໃຈທຳມະຊາດ: ວ່າສິ່ງໃດກໍຜ່ານໄປ ເມື່ອມີຄວາມສຸກກໍໃຫ້ຮູ້ວ່າດຽວຄວາມສຸກມັນກໍຜ່ານໄປ ເມື່ອມີຄວາມທຸກ ກໍໃຫ້ຮູ້ວ່າດຽວຄວາມທຸກກໍຜ່ານໄປ ເວລາມີສະຖານະການບໍ່ດີເກີດຂຶ້ນ ກໍໃຫ້ຮູ້ທັນວ່າເລື່ອງລາວເຫຼົ່ານີ້ຄົງຜ່ານໄປເຊັ່ນກັນ.
2.ຝືກບໍ່ສະສົມ: ການສະສົມຫຍັງບາງຢ່າງນັ້ນມັນຄືພາລະ ບໍ່ມີຫຍັງທີ່ເຮົາສະສົມແລ້ວບໍ່ເປັນພາລະ ເວັ້ນແຕ່ຄວາມດີ ນອກນັ້ນຄືພາລະທັງໝົດບໍ່ຫຼາຍກໍ່ໜ້ອຍ
3.ຝຶກເບິ່ງຕົນເອງໃຫໜ້ອຍເຂົ້າໄວ້: ຈົ່ງເປັນຄົນທຳມະດາ ຢ່າເປັນຄົນສຳຄັນ ເມື່ອເວລາມີຫຍັງເກີດຂຶ້ື້ນຢ່າໄປໃຫ້ຄວາມສຳຄັນກັບໂຕເຮົາຫຼາຍເກີນໄປ.
4.ຝຶກເປັນຄົນນິ່ງໆ ເວົ້າແຕ່ສິ່ງທີ່ດີ: ຖ້າສິ່ງໃດບໍ່ດີ ກໍ່ຢ່າໄປເວົ້າຫຼາຍ ບໍ່ວ່າສິ່ງນັ້ນຈະຖືກຫຼືຈະຜິດ ແຕ່ຫາກມັນບໍ່ດີເປັນໄປບໍ່ໄດ້ກໍ່ບໍ່ຕ້ອງເວົ້າ
5.ຝືກເປັນຄົນສະບາຍ: ຢ່າໄປຍຶດຕິດກັບຄວາມສົມບູນແບບຫຼາຍເກີນໄປ ເພາະຄວາມສົມບູນແບບມັນບໍ່ມີແທ້ ມີແຕ່ຄົນໂງ່ເທົ່ານັ້ນທີ່ເບິ່ງວ່າຄວາມສົມບູນແບບມີແທ້
ຄ
6.ຝຶກໃຫ້ຕົນເອງພົ້ນຈາກການເປັນທາດຂອງເງິນ: ເຮົາຕ້ອງຮຽນພໍໃຈກັບສິ່ງທີ່ຕົນເອງມີ ໃຊ້ຫຍັງຢູ່ກໍຈົ່ງພໍໃຈ ການທີ່ເຮົາຈະຢຸດເປັນທາດຂອງເງິນໄດ້ ຕ້ອງເລີ່ມຈາກການຮູ້ຈັກພຽງພໍກ່ອນ
7.ຝຶກຢູ່ກັບປະຈຸບັນ: ເມື່ອເຮົາກຳລັງຮູ້ສຶກຫົດຫູ່ໃຈ ນັ້ນແປວ່າເຮົາກຳລັງຢູ່ກັບອາດີດ ເມື່ອເຮົາກຳລັງຮູ້ສຶກກັງວົນໃຈ ນັ້ນແປວ່າເຮົາກຳລັງຢູ່ກັບອານາຄົດ