ຈົ່ງເລືອກຮັກຄົນທີ່ສົ່ງເສີມເຮົາ ເຮັດໃຫ້ໃຫ້ຊີວິດເຮົາກ້າວໜ້າຂຶ້ນ

ຈົ່ງເລືອກຮັກຄົນທີ່ສົ່ງເສີມເຮົາ ເຮັດໃຫ້ໃຫ້ຊີວິດເຮົາກ້າວໜ້າຂຶ້ນ

ຄົນເຮົາທຸກຄົນຍິ່ງອາຍຸຫຼາຍຂຶ້ນ ກໍຍິ່ງຢາກພົບເຈີຄົນດີໆຢາກຈະມີຮັກດີໆກັບເຂົາເບິ່ງ
ຄິດຈະມີຄວາມຮັກທັ້ງທີ “ ຊີວິດເຮົາຕ້ອງດີຂຶ້ນ”
ຖ້າມີແຟນແລ້ວບໍ່ມີຄວາມສຸກ ຈະມີໄປເຮັດຫຍັງ?
ຖ້າມີແຟນແລ້ວມາເປັນພາລະ ຈະມີໄປເຮັດຫຍັງ?
ຖ້າມີແຟນແລ້ວບໍ່ສະບາຍໃຈ ຈະມີໄປເຮັດຫຍັງ?


ເລືອກແຟນຕ້ອງເລືອກຕັ້ງແຕ່ທຳອິດ ບໍ່ແມ່ນຄົບກັນແລ້ວມາຫວັງໃຫ້ເຂົາປ່ຽນນິໄສ ອາດຈະເຮັດໄດ້ຍາກ ຢາກມີແຟນແບບໃດຈົ່ງເລືອກເອົາ ຫາດີບໍ່ໄດ້ບໍ່ຕ້ອງມີກໍ່ໄດ້
ເລືອກຄົນທີ່ມີທັດສະນະຄະຕິທີ່ດີ ຈິງໃຈ, ລຽບງ່າຍ ມີອານາຄົດທີ່ສົດໃສ ດຸໝັ່ນເຮັດວຽກ ຊ່ວຍກັນທຳມາຫາກິນ ເລືອກໃນສິ່ງທີ່ຈະບໍ່ເຮັດໃຫ້ເຈັບປວດ

ສິ່ງໃດທີ່ຄິດວ່າຕົນເອງເຈັບ ກໍຢ່າໄປເລືອກຕັ້ງແຕ່ທຳອິດ ເມື່ອຮູ້ວ່າເຂົາເຈົ້າຊູ້ ກໍບໍ່ຕ້ອງລົມຕັ້ງແຕ່ທຳອິດ ເມື່ອຮູ້ວ່າເຂົາມັກທ່ຽວ ຖ້າເຮົາບໍ່ມັກກໍ່ບໍ່ຕ້ອງເລືອກເຂົາ ທຸກທຄວາມສຳພັນທີ່ເກີດຂຶ້ນນັ້ນ ສ່ວນຫຼາຍຄິດຜິດພາດ ກໍມາຈາກຕົວເຮົານັ້ນແລະ


ຈົ່ງເລືອກຄົນທີ່ເຂົາເປັນຄວາມສຸກໃຫ້ກັບເຮົາ ຈົ່ງເລືອກຄົນທີ່ເຂົາເປັນຄວາມສະບາຍໃຈ ຈົ່ງເລືອກຄົນທີ່ເຂົາໃຫ້ກຳລັງໃຈ ແລະສົ່ງເສີມເຮົາ ຄົນທີ່ເຮົາຢູ່ດ້ວຍແລ້ວຈະກ້າວໜ້າ ບໍ່ແມ່ນບອກວ່າຮັກກັນໄປວັນໆ ຢູ່ດ້ວຍກັນໄປວັນໆ ແຕ່ບໍ່ເຮັດສິ່ງໃດໃຫ້ດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page