ອ່ານໃຫ້ຮູ້! ຄຸນລັກລັກສະນະເງິນແບບໃໝ່

ອ່ານໃຫ້ຮູ້! ຄຸນລັກລັກສະນະຕ້ານການປອມແປງເງິນແບບໃໝ່

ທ່ານຮູ້ຫຼືບໍ່ ທະນະບັດ ໃບ 10000 ແລະ 20000 ກີບ ຮູບແບບປັບປຸງໃໝ່ ຈະເລີ່ມນໍາໃຊ້ແຕ່ເດືອນຕຸລາ ເປັນຕົ້ນໄປ ! ສ່ວນທະນະບັດ ໃບ 10000 ແລະ 20000 ກີບ ຮູບແບບເກົ່າ ກໍ່ຍັງສາມາດ ໃບ້ສືບຕໍ່ ໄດ້ຕາມປົກກະຕິ ບໍ່ມີການຍົກເລີກໃຊ້ ແຕ່ຢ່າງໃດ !

ທະນະບັດທັງ 2 ປະເພດດັ່ງກ່າວ ມີລັກສະນະໂດຍລວມດັ່ງນີ້: ເປັນທະນະບັດບໍ່ມີຂອບມີຂະໜາດລວງຍາວລຸດລື່ນກັນ 3 ມມ ຄື: ປະເພດໃບ 10000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ, ໂທນສີຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10000 ກີບ ແລະ 20000 ກີບ ຮຸ່ນປີ 2003 ທີ່ນໍາໃຊ້ປະຈຸບັນ.

ຄຸນລັກສະນະຕ້ານການປອມແປງ: ເຄື່ອງໝາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫລືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ; ຕົວໜັງສື ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື; ລາຍນໍ້າປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ

ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າ ແລະ ດ້ານຫລັງ; ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐.໐໐໐ ສໍາລັບປະເພດໃບ 10000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐.໐໐໐ ສໍາລັບປະເພດໃບ 20000 ກີບ; ຕົວເລກບອກມູນຄ່າ 10000 ແລະ 20000 ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.

ຂປລ

Leave a Reply

Your email address will not be published. Required fields are marked *

You cannot copy content of this page