ຕີເສືອ-ຕົບແມງວັນ-ໄລ່ໝາຈອກ ບົດຮຽນແກ້ໄຂສໍ້ລາດບັງຫຼວງຂອງຈີນ
ໃນໂອກາດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໃນວັນທີ 16 ຕຸລາ 2022. ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ,
ປະທານປະເທດຈີນ ໄດ້ຍົກໃຫ້ເຫັນບາງຕອນກ່ຽວກັບການລົງເລິກຊຸກຍູ້ການຄຸ້ມຄອງພັກກອມມູນິດຈີນ ເຊີ່ງໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດຮອບດ້ານ, ຍຶດໝັ້ນທີ່ເອີ້ນວ່າ: “ຢາກຕີເຫຼັກໃຫ້ໄດ້ ຕົນເອງຕ້ອງເຂັ້ມແຂງມາກ່ອນ”, ໂດຍເລີ່ມຈາກການສ້າງ ແລະຈັດຕັ້ງປະຕິບັດ “ກົດເຫຼັກ 8 ຂໍ້” ຂອງສູນກາງພັກກອມມູນິດຈີນ ວາງອອກ
ໂດຍໄດ້ສະເໜີ ແລະ ປະຕິບັດຕາມຄວາມຮຽກຮ້ອງລວມຂອງການກໍ່ສ້າງພັກໃນຍຸກໃໝ່, ນໍາພາວຽກງານທຸກດ້ານໃນການກໍ່ສ້າງພັກດ້ວຍການກໍ່ສ້າງພັກດ້ານການ ເມືອງ, ຍຶດໝັ້ນໃຫ້ແກ່ການກໍ່ສ້າງພັກດ້ານແນວຄິດກັບການຄຸ້ມຄອງພັກດ້ວຍລະບຽບການໄປພ້ອມກັນ ແລະ ອື່ນໆ.
ທ່ານໃຫ້ຮູ້ຕື່ມວ່າ: ພັກກອມມູນິດຈີນ ໄດ້ຍຶດໝັ້ນປັບປຸງແບບແຜນ ແລະ ເຂັ້ມງວດໃນການປະຕິບັດລະບຽບວິ ໄນຢ່າງຕໍ່ເນື່ອງ, ດັດແກ້ບັນຫາ “4 ແບບແຜນ” ດ້ວຍຈິດໃຈແບບຕອກຕະປູ, ຄັດຄ້ານແນວຄິດອະພິສິດ ແລະ ປະກົດ ການອະພິສິດ, ເດັດດ່ຽວກຳຈັດແບບແຜນທີ່ບໍ່ດີ ແລະ ບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອ້ອມຂ້າງປະຊາຊົນ, ສະ ກັດກັ້ນປະກົດການຫຍໍ້ທໍ້ຈຳນວນໜຶ່ງທີ່ຕົກຄ້າງມາແຕ່ດົນນານ, ແກ້ໄຂບັນຫາຊຳເຮື້ອຈຳນວນໜຶ່ງທີ່ບໍ່ໄດ້ຮັບການແກ້ໄຂມາເປັນເວລາຫຼາຍປີ,
ດຳເນີນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງທີ່ບໍ່ເຄີຍມີມາກ່ອນ, ພ້ອມນີ້ ໄດ້ກໍາຈັດປັດເປົ່າປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຄວາມຮັບຜິດຊອບສູງທີ່ບໍ່ເຮັດໃຫ້ປະຊາຊົນຈີນຈໍານວນ 1,4 ຕື້ຄົນຜິດຫວັງ ໂດຍບໍ່ໄດ້ລັ່ງເລໃນການລົງໂທດພວກສໍ້ລາດບັງຫຼວງເປັນຮ້ອຍເປັນພັນຄົນ, ຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ”, ພ້ອມນີ້ ໄດ້ນໍາໃຊ້ຫຼາຍມາດຕະການປາບປາມເຊີ່ງປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາຈອກ” ໄປພ້ອມກັນ.
ຈາກການນໍາໃຊ້ຫລາຍມາດຕະການທີ່ເດັດຂາດ ແລະ ຕໍ່ເນື່ອງ ເຮັດໃຫ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢູ່ຈີນໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ ແລະ ໄດ້ຮັບການປັບປຸງຢ່າງຮອບດ້ານ, ສາມາດກຳຈັດຄວາມສ່ຽງຮ້າຍແຮງທີ່ແຝງຊ້ອນຢູ່ພາຍໃນພັກ, ລັດ ແລະກອງທັບ, ພັກກອມມູນິດຈີນ ໄດ້ຮັບປະກັນການໃຫ້ສິດອໍານາດແກ່ປະຊາຊົນເພື່ອສະແຫວງຫາຄວາມສຸກໃນການທໍາມາຫາກິນ ກໍຄື ການໃຊ້ຊີວິດປະຈໍາວັນທີ່ມີຄວາມສຸກຢ່າງສະເໝີຕົ້ນສະເໝີປາຍ.