ເປີດເຮືອນ ພິ້ງກີ່ ສາວິກາ ອາດີດນາງເອກດັງ ທີ່ບໍ່ເຄີຍມີລາຍການໄປຖ່າຍ

ເປີດເຮືອນ ພິ້ງກີ່ ສາວິກາ ອາດີດນາງເອກດັງ ທີ່ບໍ່ເຄີຍມີລາຍການໄປຖ່າຍ ຮູ້ແລ້ວເປັນຫຍັງບໍ່ອວດລວຍ

ຕ້ອງບອກວ່າລ່າສຸດເກືອບບໍ່ເຊື່ອສາຍຕາ ເມື່ອເພສດັງເປີດເຮືອນ ພິ້ງກີ່ ສາວິກາ ອາດີດນາງເອກດັງ ທີ່ບໍ່ເຄີຍມີໃຜເຫັນມາກ່ອນ ສາເຫດແທ້ຈິງທີ່ບໍ່ອວດລວຍ ບໍ່ອວດແບຣນເນມ, ບໍ່ເຄີຍມີລາຍການໄປຖ່າຍຢູ່ເຮືອນ.

ເຊິ່ງ ພິ້ງກີ່ ອາຍຸ 36ປີ ເລີ່ມສະແດງໜັງຕັ້ງແຕ່ອາຍຸ 7ປີ ຢູ່ໃນວົງການເກືອບ 30ປີແລະເປັນທີ່ຮູ້ຈັກກັນຫຼາຍ ແລະ ກໍ່ເປັນເສົາຫຼັກໃຫ້ຄອບຄົວ ເຊິ່ງວັນທີ 18ສິງຫາ 2565 ກາຍເປັນຂ່າວສະເທືອນໃຈໃນວົງການບັນເທິງ ຫຼັງນາງເອກສາວຖືກສານອາຍາສັ່ງຈັບແລະບໍ່ໃຫ້ປະກັນໂຕໃນຄະດີ ແຊລູກໂຊ່ FOREX-3D ພ້ອມແມ່ແລະອ້າຍ


ຈາກມູນຄ່າຄວາມເສຍຫາຍຫຼັກພັນລ້ານ ຫຼາຍຄົນອາດເບິ່ງວ່າ ພິ້ງກີ່ ກໍຄົງຕ້ອງມີຊີວິດທີ່ຫຼູຫຼາໃນລະດັບໜຶ່ງ ແຕ່ໄດ້ມີການອອກມາເຜີຍສະພາບເຮືອນຂອງ ພິ້ງກີ່ ທີ່ບໍ່ຕ່າງໄປຈາກຄົນທຳມະດາທົ່ວໄປ ເພາະຢູ່ຕຶກນ້ອຍໆເທົ່ານັ້ນ ແລະຫຼັງຈາກຮັບຮູ້ຂໍ້ກ່າວຫາ ກໍມີຄວາມພະຍາຍາມຈະຂາຍຕຶກຫຼັງນີ້ ເຊິ່ງເຫັນສະພາບເຮືອນກໍ່ບໍ່ໜ້າແປກໃຈເລີຍທີ່ ພິ້ງກີ່ ບໍ່ເຄີຍເປີດໃຫ້ລາຍການໃດມາຖ່າຍທຳ ນາງເອກລະດັບແຖວໜ້າແຕ່ກັບຢູ່ເຮືອນແບບນີ້.

…..

Leave a Reply

Your email address will not be published. Required fields are marked *

You cannot copy content of this page