ເປັນຫຍັງບາງຄົນຈຶ່ງລວຍ ເທັກນິກທີ່ເຮັດໃຫ້ເຂົາລວຍຂຶ້ນມີກິນມີໃຊ້

ເປັນຫຍັງບາງຄົນຈຶ່ງລວຍ ເທັກນິກທີ່ເຮັດໃຫ້ເຂົາລວຍຂຶ້ນມີກິນມີໃຊ້

1.ຫ້າມເວົ້າວ່າທຸກ, ຫ້າມເວົ້າວ່າບໍ່ມີເງິນ, ຫ້າມເວົ້າວ່າເມື່ອຍ: ການເວົ້າວ່າທຸກ, ການເວົ້າວ່າບໍ່ມີເງິນ. ການເວົ້າວ່າເມື່ອຍ…” ທຸກໆຄຳເວົ້າທີ່ຕິດລົບມີແຕ່ເຮັດໃຫ້ກຳລັງໃຈໝົດໄປ ຄວນຄິດເລື່ອງບວກຄິດຫາອານາຄົດ


2.ຫ້າມອວດຮູ້, ຫ້າມອວດລວຍ ຫ້າມນຳເງິນໄປໃຊ້ຟຸ້ມເຟືອຍໄຮ້ສາລະ: ຂໍ້ນີ້ເປັນພື້ນຖານສຳຄັນ ທີ່ຢາກລວຍຄວນຮູ້ ເພາະຄົນລວຍມັກບໍ່ຄ່ອຍອວດ ຄົນບໍ່ລວຍຕ່າງຫາກທີ່ພະຍາຍາມເຮັດໂຕໃຫ້ຄືລວຍ


3.ເຮັດໂຕເປັນຜູ້ນອບນ້ອມ ພ້ອມຮຽນຮູ້ສິ່ງໃໝ່ໆຕະຫຼອດເວລາ: ຢ່າຄິດວ່າຕົນເອງເກັ່ງ ຫຼືສະຫຼາດຫຼາຍທີ່ສຸດ ການອ່ອນນ້ອມຖ່ອມຕົນກັບຜູ້ອື່ນຈະເຮັດໃຫ້ເຮົາໄດ້ຮັບຄວາມເມດຕາ ແລະຄວາມຊ່ວຍເຫຼືອຈາກຄົນຮອບຂ້າງ
4.ຫ້າມຢືມເງິນ: ການບໍ່ມີໜີ້ເປັນໂຊກດີທີ່ສຸດ ແຕ່ຖ້າຈຳເປັນຕ້ອງຢືມ ເພື່ອມາຕໍ່ຍອດກໍ່ສາມາດເຮັດໄດ້ ແຕ່ແນວໃດກໍ່ຕາມຈົ່ງສຳນຶກໃນບຸນຄຸນຂອງຜູ້ໃຫ້ແລະຄືນເງິນຕາມສັນຍາ


5.ເມື່ອໄດ້ເງິນມາຈົ່ງໃຊ້ຢ່າງລະມັດລະວັງ ຮູ້ຄຸນຄ່າຂອງເງິນ: ໃຊ້ເງີນທຸກກີບຄືຕອນທີ່ຕົນເອງບໍ່ມີເງິນ ແລ້ວເຮົາຈະລວຍຕະຫຼອດໄປ
6.ນຳເງິນໄປຕໍ່ຍອດໃນການຄ້າຂາຍ ບໍ່ນຳເງິນໄປໃຊ້ນອກລະບົບ: ເງິນຕໍ່ເງິນຄືຄຳຕອບທີ່ສຳຄັນ ຢ່າຄິດວ່າມີເງິນເທົ່ານີ້ກໍພໍແລ້ວ ເພາະເຮົາບໍ່ສາມາດຄາດເດົາອານາຄົດໄດ້ສະເໝີໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page