ສາວໂພສເຕືອນ! ໂຈນມາໃນແບບຜູ້ໂດຍສານລົດຕຽງນອນມານອນຕຽງດຽວກັບເຮົາ

ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ: ນີ້ຄືໂສມຫນ້າຂອງຄົນຂີ້ລັກ

ໃນເວລາ16:00 /16.10.22 ຂ້າພະເຈົ້າໄດ້ເດີນທາງດ້ວຍລົດເມຕຽງນອນ ຈາກສາລະວັນ-ນະຄອນຫລວງວຽງຈັນ
ໃນເວລາ00:24/17.10.22 ທ້າວຂີ້ລັກໄດ້ຂື້ນລົດຢູ່ເຊໂນມາລົງທ່າແຂກ,ທ້າວຂີ້ລັກທຳທ່າມານອນຕຽງດຽວກັບຂ້ອຍ,

ເນື່ອງຈາກຂ້ອຍນອນຄົນດຽວ,ແລ້ວລັກຈົກເອົາໂທລະສັບ 2ຫນ່ວຍ ເຊີ່ງຂ້ອຍປະໄວ້ໃນຖົງຄອບພີເຕີ,ຮອດເຊໂນແລ້ວທ້າວຂີ້ລັກກຽມລົງລົດ,ສວ່ນຂ້ອຍກໍ່ຈະໄປຊື້ເຂົ້າຫນົມໂຂບເມືອຕ້ອນຫມູ່ເພື່ອນ,ໄປຈົກເບີ່ງໂທລະສັບພັດວ່າບໍ່ເຫັນ

ເລີຍຮ້ອງບອກໂສເຟີ້ລົດ,ຂະເຈົ້າເລີຍແລ່ນຈັບທ້າວຂີ້ລັກ,ພໍຈັບໄດ້,ເອົາໄປສົ່ງກອງຫລອນບ້ານ ແລ້ວພົວພັນຕຳຫຼວດມາເອົາໂຕ,ໃນຂະນະທີ່ໃຫ້ຂໍ້ມູນທ້າວຂີ້ລັກສວຍໂອກາດລັກຫນີ,ນຳຈັບບໍ່ໄດ້
ເປັນຫູເປັນຕານຳກັນເດີ ຢ້ານທ້າວຂີ້ລັກຊີໄປລັກຂອງຄົນອື່ນອີກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page