4 ວິທີສອນລູກ “ ແບບມີເຫດຜົນ” ເຖິງບໍ່ໄດ້ບັງຄັບລູກກໍ່ເຊື່ອຟັງ

4 ວິທີສອນລູກ “ ແບບມີເຫດຜົນ” ເຖິງບໍ່ໄດ້ບັງຄັບລູກກໍ່ເຊື່ອຟັງ

1.ຟັງລູກເຂົ້າໃຈລູກໃຫ້ຫຼາຍໆ: ມັນຄືຂໍ້ສຳຄັນສຳລັບການສອນລູກ ນັ້ນຄືການເປີດພື້ນທີ່ໃຫ້ເຂົາໄດ້ມີໂອກາດເວົ້າບໍ່ແມ່ນພຽງແຕ່ພໍ່ແມ່ຈະຖືກສະເໝີໄປ ເພາະບາງທີເດັກກໍ່ມີມຸມມອງຄວາມຄິດທີ່ເປັນຂອງເຂົາຄືກັນ


2.ສອນໃຫ້ລູກເພິ່ງພາຕົນເອງ, ແກ້ໄຂບັນຫາດ້ວຍຕົນເອງໃຫ້ໄດ້: ເພາະພໍ່ແມ່ບາງຄົນນັ້ນ ມັກຈະຫ້າມລູກເຮັດນັ້ນເຮັດນີ້ ບໍ່ວ່າລູກຈະເຮັດຫຍັງກໍຕ້ອງຖືກວ່າແລະການກະທຳແບບນີ້ ຈະເຮັດໃຫ້ລູກຂາດຄວາມໝັ້ນໃຈ ເພາະສິ່ງທີ່ເໝາະສົມໃນການສອນລູກກໍຄືເຮົາຄວນຝຶກໃຫ້ລູກໃຊ້ຄວາມຄິດໃຊ້ປັນຍາແກ້ໄຂບັນຫາ


3.ສອນເຂົາແລະເຮັດໃຫ້ເບິ່ງເປັນຕົວຢ່າງ: ເພາະເດັກນ້ອຍໃນຊ່ວງ 3-6ປີ ມັກຮຽນແບບຄົນໃກ້ຊິດສະເໝີແລະເຊິ່ງບາງທີກໍ່ຍັງບໍ່ສາມາດແຍກຫຍັງໄດ້ ວ່າຄວນຫຼືບໍ່ຄວນ ດັ່ງນັ້ນພໍ່ແມ່ຕ້ອງການໃຫ້ລູກຮຽນແບບ ແຕ່ພຶດຕິກຳທີ່ເໝາະສົມທີ່ດີໆ ກໍຄວນເຮັດໃຫ້ເປັນແບບຢ່າງ


4.ໃຊ້ຄຳເວົ້າສຸພາບໃນການສອນເຂົາແຕ່ລະຄັ້ງ: ເພາະເຮົາເຊື່ອໄດ້ວ່າເດັກນ້ອຍນັ້ນມັກຈະເກີດອາລົມຕໍ່ຕ້ານ ຫາກພໍ່ແມ່ໃຊ້ຄຳເວົ້າທີ່ຮຸນແຮງໃນການສອນ ເຮັດໃຫ້ຜົນລັບໃນການສອນລູກບໍ່ເປັນໄປຕາມທີ່ພໍ່ແມ່ຄາດຫວັງໄວ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page