ເຈົ້າໜ້າທີ່ຈັບໄວ! ລຸ່ນສາຍດື່ມສາຍດູດ ມາສຶກສາອົບຮົມ

ເຈົ້າໜ້າທີ່ຈັບໄວລຸ່ນ! ສາຍດື່ມສາຍດູດ ມາສຶກສາອົບຮົມ

ໃນວັນທີ 17 ຕຸລາ 2022 ນີ້, ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັບສາຍດື່ມ ກາເຟປະສົມຢາເສບຕິດ, ປຸມເປົ້າ ທີ່ດື່ມເກີນກໍານົດເວລາມາສຶກສາອົບຮົມ.

ເຈົ້າຫນ້າທີ່ເຜີຍວ່າ: ໃນວັນທີ 13 ຕຸລາ 2022 ເລວາ 4 ໂມງເຊົ້າ ຢູ່ໜອງປາບ້ານໂພນແພງ ເຈົ້າໜ້າທີ່ໄດ້ບຸກເຂົ້າຈັບກຸມ ກຸ່ມຄົນກິນດື່ມເກີນກໍານົດເວລາ ແລະ ມີການມົ້ວສຸມຢາເສບຕິດປະເພດກາເຟປາຕີ້ ແລະ ປຸມເປົ້າ ຈໍານວນ 8 ຄົນ ຍິງ 2 ຄົນ.

ດັ່ງນັ້ນ ເຈົ້າຫນ້າທີ່ຈຶ່ງໄດ້ຄວບຄຸມຕົວມາໄວ້ຄຸມຂັງ ປກສ ເມືອງຄໍາເກີດເພື່ອສືບສວນ-ສອບສວນ ແລະ ສຶກສາອົບຮົມ.
ຂ່າວ:ນາງ ທິນນະກອນ ຈັນສຸກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page