9 ນິໄສທີ່ຄວນຢຸດເຮັດ ຖ້າຫາກຢາກເປັນເຈົ້າຄົນນາຍຄົນ
1.ເອົາແຕ່ມັກເວົ້າວິຈານຄົນອື່ນ ແຕ່ມັກບໍ່ຄ່ອຍມີປະໂຫຍດ ຂະນະທີ່ການຊົມເຊີຍມີພະລັງງານໃນແງ່ບວກແລະສົ່ງຜົນດີຕໍ່ທຸກຄົນ
2. ມັກປຽບທຽບຈື່ໄວ້ວ່າທຸກຄົນຍ່ອມມີບັນຫາຂອງຕົນເອງ ດັ່ງນັ້ນຢຸດປຽບທຽບຕົນເອງກັບຄົນອື່ນເພາະມັນບໍ່ມີປະໂຫຍດ
3.ໂທດຄົນອື່ນ ການຮູ້ຈັກຮັບຜິດຊອບເປັນກ້າວທຳອິດສູ່ຄວາມສຳເລັດໃນມື້້ທາງໜ້າ
4.ໜີບັນຫາ ບໍ່ຊ້າກໍ່ໄວເຮົາຈະໝົດຫົນທາງໃນການໜີີບັນຫາ ຈົ່ງປະເຊີນໜ້າກັບບັນຫາແລະຝ່າຟັນໄປໃຫ້ໄດ້
5.ຕົວະຕົນເອງ ຄວາມຈິງຈະເຮັດໃຫ້ເຮົາເປັນອິດສະຫຼະ ຂະນະທີ່ຄວາມເຊື່ອກັບຄວາມຄິດທີ່ຈຳກັດທາງເລືອກຂອງເຮົາ
6.ປະຕິເສດທຸກຢ່າງ ຮູ້ຈັກຄິດດີທຳດີ ແທນທີ່ຈະຈົມປັກຢູ່ກັບສິ່ງທີ່ດຶງບໍ່ໃຫ້ຕົນເອງກ້າວໜ້າ
7.ບໍ່ລົງມືເຮັດ ຄວາມພະຍາຍາມຢູ່ໃສ ຄວາມສຳເລັດຢູ່ບ່ອນນັ້ນ ເມື່ອເຮົາລົງມືເຮັດ ຄວາມສຳເລັດກໍ່ຢູ່ບໍ່ໄກ
8.ເຫັນແກ່ຕົວ ຄວາມສຳເລັດໃນຊີວິດທີ່ແທ້ຈິງຄືການໃຫ້ການແບ່ງປັນ ແລະການຍົກຍ້ອງ ບໍ່ແມ່ນການເອົາແຕ່ໄດ້
9.ຄິດຫຼາຍເກີນໄປ ຢຸດຄິດຫຼາຍໄດ້ແລ້ວເພາະມີແຕ່ຈະເຮັດໃຫ້ທຸກຢ່າງຕ່ຳລົງ ຄິດເຖິງແຕ່ສິ່ງດີໆແລ້ວສິ່ງດີໆກໍຈະເກີດຂຶ້ນ.