ຫຼິ້ນເກມຈົນບໍ່ໄດ້ນອນເປັນເຫດ! ເດັກໄວ14ປີ ຂັບລົດຈັກຫຼັບໃນລົ້ມເອງ

ຫຼິ້ນເກມຈົນບໍ່ໄດ້ນອນເປັນເຫດ! ເດັກໄວ14ປີ ຂັບລົດຈັກຫຼັບໃນລົ້ມເອງ

ຈາກເຫດການປະເທດເພື່ອນບ້ານ ເດັກນ້ອຍອາຍຸ 14ປີ ຂີ່ລົດຈັກຫຼັບໃນພຸ່ງຂຶ້ນຂອບທາງ ແລະຕຳກັບຕົ້ນໄມ້ ພົ້ງໄປໄກເກືອບ 50ແມັດ ນອນນິ່ວຢູ່ກັບບ່ອນ


ຂະນະເກີດເຫດມີພົນລະເມືອງດີຂັບລົດຕາມຫຼັງມານັ້ນເຂົາໄດ້ບອກວ່າ ລົດຈັກດັ່ງກ່າວມີທ່າທີເຊໄປເຊມາ ຈົນກະທັ່ງເຖິງຈຸດເກີດເຫດ ກໍ່ຂີ່ລົດພຸ່ງຂຶ້ນຂອບທາງຕຳກັບຕົ້ນໄມ້ ແລ້ວເສຍຫຼັກລົ້ມໄຖໄປກັບພື້ນຫົນທາງ ຄົນໄປທາງລົດໄປ ເຮັດໃຫ້ເດັກຊາຍຄົນນັ້ນນອນນິ່ງຢູ່ກັບທີ່

ດີທີ່ໃສ່ໝວກນິລະໄພ ພົນລະເມືອງດີຊ່ວຍກັນຖອດໝວກແລ້ວພາແລ່ນຂ້າມໄປໂຮງໝໍເຊິ່ງຢູ່ຫ່າງປະມານ 300ແມັດ ເພື່ອຂໍຄວາມຊ່ວຍເຫຼືອ ເຊິ່ງກວດສອບເບື້ອງຕົ້ນບາດເຈັບເລັກໜ້ອຍ
ສ່ວນສາເຫດນັ້ນ ເດັກຊາຍດັ່ງກ່າວຍອມຮັບວ່າ ຫຼິ້ນເກມຫຼາຍເກີນໄປບໍ່ຄ່ອຍໄດ້ພັກຜ່ອນ

ກ່ອນເກີດເຫດຂໍເງິນແມ່ຈະຂີ່ລົດໄປເຕີມນ້ຳມັນໃນໂຕເມືອງ ມາເຖິງຈຸດທີ່ເກີດເຫດຫຼັບໄປບໍ່ຮູ້ຕົວ ມາຮູ້ສຶກອີກເທື່ອກໍ່ຕອນມີຄົນປຸກໃຫ້ຕື່ນ ໂຊດດີທີ່ໃສ່ໝວກກັນກະທົບ ຈຶ່ງບໍ່ໄດ້ຮັບອັນຕະລາຍໄປຫຼາຍກວ່ານີ້ ທັ້ງນີ້ເຈົ້າໜ້າທີ່ຕ່າງຊ່ວຍກັນ ຕິດຕາມຜູ້ປົກຄອງມາຮັບຕົວ ແລະຈະພານຳສົ່ງໂຮງໝໍເພື່ອເຮັດການກວດຮ່າງກາຍອີກຄັ້ງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page