ເຈົ້າພາບທົນບໍ່ໄຫວ! ຕິດປ້າຍປະກາດ ຫຼັງຈັດງານບຸນຊາວບ້ານມັກຫໍ່ອາຫານກັບພ້ອມ

ເຈົ້າພາບທົນບໍ່ໄຫວ! ຕິດປ້າຍປະກາດ ຫຼັງຈັດງານບຸນຊາວບ້ານມັກຫໍ່ອາຫານກັບພ້ອມ

ຮຽກໄດ້ວ່າເປັນອີກໜຶ່ງຮູບພາບທີ່ຖືກແຊ ເມື່ອໂລກອອນລາຍໄດ້ມີການໂພສຮູບພາບຂອງປ້າຍໃນ “ ງານເຮັດບຸນ” ແຫ່ງໜຶ່ງ ເຊິ່ງເຈົ້າພາບຕັ້ງໃຈເຮັດເພື່ອດຶງສະຕິຊາວບ້ານ ຫຼັງມັກເອົາອາຫານຫໍ່ກັບບ້ານ ບອກເລີຍວ່າປ້າຍດຽວສະເທືອນທົ່ວປະເທດ


ເຊິ່ງປ້າຍດັ່ງກ່າວເຮັດຂຶ້ນເພື່ອເຕືອນສະຕິຊາວບ້ານສາຍຫໍ່ທັງຫຼາຍ ທີ່ມັກຫໍ່ອາຫານກັບບ້ານໃນງານບຸນ ເຊິ່ງບາງທີແຂກຫຼືຄົນຮ່ວມງານຍັງບໍ່ທັນໄດ້ກິນຫຼືກິນຍັງບໍ່ທັນອີ່ມ ຊາວບ້ານບາງຄົນກໍ່ເອົາຖົງຫຼືກ່ອງມາໃສ່ຫໍ່ກັບບ້ານຈົນໝົດຮຽບຮ້ອຍ

ຄວາມຈິງແລ້ວບໍ່ຄວນຫໍ່ອາຫານກັບນຳ ຫຼືຄວນໃຫ້ຄົນທີ່ມານຳຫຼັງໄດ້ຮັບປະທານແດ່ ຖ້າເຫຼືອແທ້ໆ ຈຶ່ງຄ່ອຍຫໍ່ກັບ ແຖມປ້າຍດັ່ງກ່າວຍັງແນະນຳຖົງທີ່ເໝາະສົມກັບການໃສ່ອາຫານພ້ອມ ຮຽກໄດ້ວ່າປ້າຍດຽວສະເທືອນໝົດປະເທດແທ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page