ເຫັນເຂົາລວຍໃຫ້ເບິ່ງຕອນເຂົາຫາ ຢ່າອິດສາຕອນເຂົາມີ ( ຂຽນໄວ້ດີຫຼາຍ)

ເຫັນເຂົາລວຍໃຫ້ເບິ່ງຕອນເຂົາຫາ ຢ່າອິດສາຕອນເຂົາມີ ( ຂຽນໄວ້ດີຫຼາຍ)


ການທີ່ເຫັນຄົນອື່ນລວຍ ຈົ່ງຢ່າຄິດພຽງວ່າເຂົາໂຊກດີ
ຢ່າໄປກຽມແຕ່ອິດສາຫຼືຈັບຜິດ ວ່າລວຍແທ້ຫຼືບໍ່? ເບິ່ງດີໆຖ້າເຂົາບໍ່ເກັ່ງແທ້ ເຂົາຈະມີໄດ້ຂະໜາດນີ້ບໍ ສິ່ງທີ່ເຫນັໂພສຮູບກິນຫຼູຢູ່ສະບາຍຊີວິດດີໆໃນເຟສບຸກ

ແຕ່ເບື້ອງຫຼັງເຂົາເຮັດວຽກໜັກເທົ່າໃດ ທີ່ເຂົາເມື່ອຍທີ່ເຂົາລຳບາກບໍ່ໄດ້ມາໂພສຮູບໃຫ້ຮູ້ດອກ ເພາະເຂົາພຽງຢາກສະແດງໃຫ້ເຫັນແຕ່ພາບຄວາມສຳເລັດເທົ່ານັ້ນ ເຫັນເຂົາມີແລ້ວຢາກມີຄືເຂົາ ກໍ່ຢ່າໄປອິດສາຫຼືຄິດເຖິງແຕ່ຕອນທີ່ຢາກຈະມີ ຢາກຈະໄດ້ ແຕ່ຢາກໃຫ້ລຸກຂຶ້ນມາເຮັດຫຍັງຈັກຢ່າງ “ ເພື່ອໃຫ້ຊີວິດດີຂຶ້ນ”

ຖ້ານັ່ງງໍມືງໍຕີນຢູ່ລ້າໆ ບອກເລີຍບໍ່ມີເສກໃຫ້ໄດ້ ຢຸດຄິດວ່າເຂົາພຽງດວງດີ, ຢຸດຄິດວ່າເຂົາບ້ານລວຍ ເມື່ອໃດທີ່ຄິດແບບນີ້ສະແດງວ່າກຳລັງອິດສາເຂົາຢູ່
ເຫັນເຂົາລວຍ..ໃຫ້ເບິ່ງຕອນທີ່້ເຂົາລຳບາກຫາ
ຢ່າອິດສາ ຕອນທີ່ເຫັນເຂົາໃຊ້ຈ່າຍ
ເມື່ອໃດທີ່ຄິດໄດ້ແບບນີ້ ເຮົາຈະຢຸດອິດສາໃນສິ່ງທີ່ເຂົາອວດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page