( ຝາກໄວ້ໃຫ້ຄິດຕາມ ) “ ຂາຍດີຈົນເຈັ້ງ ດັ່ງທີ່ໃຜຫຼາຍທຄົນຕ້ອງປະເຊີນຢູ່

( ຝາກໄວ້ໃຫ້ຄິດຕາມ ) “ ຂາຍດີຈົນເຈັ້ງ ດັ່ງທີ່ໃຜຫຼາຍທຄົນຕ້ອງປະເຊີນຢູ່


ຄ້າຂາຍດີຫຼາຍ ເຮັດຂາຍເກືອບບໍ່ທັນແຕ່ລະມື້ ແຕ່ເປັນຫຍັງຈຶ່ງເຈັ້ງໄດ້ ບາງຄົນອາດຈະບໍ່ເຊື່ອ ຄ້າຂາຍດີກໍ່ຕ້ອງລວຍ ຂະຫຍາຍກິດຈະການໄດ້ ຈະເຈັ້ງໄດ້ແນວໃດ ແຕ່ມັນເປັນແບບນັ້ນແທ້


ເກີດຫຍັງຂຶ້ນທັ້ງໆທີ່ທຸລະກິດໄປໄດ້ດີຕະຫຼອດ ລູກຄ້າຫຼາຍຍອດຂາຍແຕ່ລະມື້ນັບເງິນເມື່ອຍມື ແຕ່ວ່າຕ້ອງໄປກູ້ໜີ້ຢືມສິນມາໃຊ້ໃນທຸລະກິດ ຄືເຕີມບໍ່ເຕັມຕະຫຼອດ ຫຼາຍປີທີ່ເຮັດທຸລະກິດມານັ້ນ ເລີ່ມຕົ້ນຈາກຄຳຖາມງ່າຍໆວ່າ ການເປັນເຈົ້າຂອງກິດຈະການ ມີເງິນເດືອນ ເດືອນເທົ່າໃດ?

ແທນຄຳຕອບກ່ອນຈະຖາມກັບມາວ່າ ເຮັດຫຍັງຕ້ອງມີເງິນເດືອນ ໃນເມື່ອເປັນເຈົ້າຂອງຢູ່ແລ້ວ ຖາມຄຳຖາມທີສອງໄປອີກວ່າ ແລ້ວເຈົ້າຂອງໃຊ້ເງິນເດືອນເທົ່າໃດ ລັງເລຢູ່ໜ້ອຍໜຶ່ງກ່ອນຈະຕອບວ່າ ບໍ່ຮູ້ວ່າໃນແຕ່ລະເດືອນໃຊ້ໄປເທົ່າໃດ ເພາະຈະໃຊ້ຫຍັງກໍຈັບໄປ ບໍ່ໄດ້ຈົດໄວ້ວ່າ ເທົ່າໃດ ຖ້າບໍ່ພໍກໍ່ຖ້າໃຫ້ເງິນພໍກ່ອນແລ້ວຄ່ອຍຈັບໄປ ເຊິ່ງສະຫຼຸບໄດ້ 3ສາເຫດດັ່ງນີ້:


1.ບໍ່ຈຳແນກເງິນຂອງທຸລະກິດ ອອກຈາກເງິນສ່ວນຕົວ: ເພາະຄິດວ່າເປັນເຈົ້າຂອງທຸລະກິດເລີຍບໍ່ຕັ້ງເງິນເດືອນໃຫ້ຕົນເອງ ຄືງ່າຍໆເປັນເຈົ້າຂອງເງິນທັງໝົດຢູ່ແລ້ວ ຈະໃຊ້ຫຍັງກໍ່ໄດ້ ເປັນຄວາມຄິດເລີ່ມຕົ້ນທີ່ຜິດ ເພາະຕ້ອງເບິ່ງໃຫ້ທຸລະກິດເປັນຄືບຸກຄະລາກອນອີກຄົນໜຶ່ງ


2.ບໍ່ເຮັດລາຍຮັບ-ລາຍຈ່າຍ: ພໍຈ່າຍເງິນເດືອນໃຫ້ຕົນເອງ ຈາກນັ້ນກໍຄວນຈະເຮັດບັນຊີລາຍຮັບ-ລາຍຈ່າຍໃຫ້ຕົນເອງ ເອົາແບບຄ່າວກໍ່ໄດ້ ໃຫ້ພໍຮູ້ວ່າແຕ່ລະມື້ຈະຈ່າຍຫຍັງໄປເທົ່າໃດ ເຫຼືອເງິນໃຊ້ໄດ້ອີກເທົ່າໃດບໍ່ແມ່ນໃຊ້ມ່ວນມືໄປເລື້ອຍ
3.ການໃຊ້ເງິນທີ່ຜິດປະເພດ: ເຊິ່ງການເອົາເງິນທີ່ຈັບອອກມາຈາດລິ້ນຊັກການຂາຍ ໄປຊື້ເຂົ້າ, ຊື້ເຄື່ອງໃຊ້ຕ່າງໆ ສິ່ງເຫຼົ່ານີ້ລ້ວນຍແຕ່ເປັນເລື່ອງສ່ວນຕົວ ແຕ່ເລື່ອງສ່ວນຕົວຕ້ອງໃຊ້ເງິນສ່ວນຕົວ ເງິນຂອງທຸລະກິດຄວນຈະຈ່າຍໃນສິ່ງທີ່ກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page